ຂ່າວສານ

ລັດຖະບານອະນຸມັດຜ່ານໂຄງການຮັບປະກັນແຫຼ່ງສະໜອງ ວັກຊິນ ຮອດປີ 2030

ເປົ້າໝາຍຂອງໂຄງການແມ່ນຕອບສະໜອງຄວາມຕ້ອງການວັກຊິນກັນພະຍາດຕິດແປດທີ່ບັງຄັບຕ້ອງຜັນຂະຫຍາຍໂຄງການຊັກຢາກັນພະຍາດເປີດກ້ວາງ, ວັກຊິນໃຫ້ແກ່ການຊັກຢາບໍລິການ...
  ພາບປະກອບ  

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຫາກໍ່ເຊັນຂໍ້ຕົກລົງອະນຸມັດຜ່ານໂຄງການຮັບປະກັນການສະໜອງ ວັກຊິນ ໃຫ້ແກ່ການສັກຢາກັນພະຍາດຮອດປີ 2030. ຕາມນັ້ນແລ້ວ, ເປົ້າໝາຍຂອງໂຄງການແມ່ນຕອບສະໜອງຄວາມຕ້ອງການວັກຊິນກັນພະຍາດຕິດແປດທີ່ບັງຄັບຕ້ອງຜັນຂະຫຍາຍໂຄງການຊັກຢາກັນພະຍາດເປີດກ້ວາງ, ວັກຊິນໃຫ້ແກ່ການຊັກຢາບໍລິການ ແລະ ວັກຊິນ ນຳໃຊ້ໃນການປ້ອງກັນ, ຕ້ານໂລກລະບາດ. ຮອດປີ 2025, ເປັນເຈົ້າເຕັກໂນໂລຊີຜະລິດວັກຊິນ 10 ປະເພດ; ຢ່າງໜ້ອຍສຸດແມ່ນຜະລິດວັກຊິນໄດ້ 3 ປະເພດ, ໃນນັ້ນມີວັກຊິນ 5in1 ແລະ ວັກຊິນປ້ອງກັນເປ້ຍລ່ອຍ ແລະ ປ້ອງກັນຕັບ B. ຮອດປີ 2030, ເປັນເຈົ້າຂອງເຕັກໂລໂລຊີຜະລິດວັກຊິນ 15 ປະເພດ; ຢ່າງໜ້ອຍສຸດຜະລິດວັກຊິນໃຫ້ໄດ້ 5 ປະເພດ; ບັນດາວັກຊິນຜະລິດໄດ້ຢູ່ພາຍໃນປະເທດຕ້ອງຮັບປະກັນມາດຖານທຽບເທົ່າກັບມາດຖານສາກົນ.


top