ຂ່າວສານ

ລັດຖະບານຫວຽດນາມຈັດກອງປະຊຸມອອນລາຍທົ່ວປະເທດເພື່ອຮັບມືກັບໂລກລະບາດໂຄວິດ-19

      ຕອນເຊົ້າວັນທີ 31 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈະເປັນປະທານກອງປະຊຸມອອນລາຍທົ່ວປະເທດຂອງລັດຖະບານກັບບັນດາທ້ອງຖິ່ນກ່ຽວກັບບັນດາໜ້າທີ່, ມາດຕະການແກ້ໄຂເພື່ອຮັບມືກັບໂລກລະບາດໂຄວິດ-19.

(ພາບປະກອບ: VGP)
      4 ເນື້ອໃນສຳຄັນຈະໄດ້ນຳມາປຶກສາຫາລືທີ່ກອງປະຊຸມສຳຄັນນີ້ລວມມີ: ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ ດຳເນີນທຸລະກິດ, ຊຸກຍູ້ການປ່ອຍເງິນລົງທຶນສາທາລະນະຈຳນວນກວ່າ 30 ຕື້ USD; ຮັບປະກັນຊີວິດສັງຄົມ; ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ. ລັດຖະມົນຕີບາງທ່ານຈະສະເໜີບັນດາໂຄງການ, ມາດຕະການແກ້ໄຂຂອງກະຊວງຕົນ, ແກ້ໄຂບັນດາຄວາມຫຍຸ້ງຍາກຍ້ອນໂລກລະບາດກໍ່ໃຫ້ເກີດໃຫ້ເປັນຢ່າງດີທີ່ສຸດ…
 (ແຫຼ່ງຄັດຈາກ VOV)


top