ຂ່າວສານ

ລັດຖະບານຫວຽດນາມ ຍາມໃດກໍຖືເປັນສຳຄັນຄຳເຫັນປະກອບ ຂອງບັນດາຊ່ຽວຊານໃນການບໍລິຫານເສດຖະກິດມະຫາພາກ

“ລັດຖະບານຫວຽດນາມ ຍາມໃດກໍຖືເປັນສຳຄັນຄຳເຫັນປະກອບ ຂອງບັນດາຊ່ຽວຊານໃນການບໍລິຫານເສດຖະກິດມະຫາພາກ” ນີ້ແມ່ນຄຳຢືນຢັນຂອງທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວ ທີ່ການຕ້ອນຮັບ ທ່ານ ສາດສະດາຈານ Andreas Hauskrecht, ນັກຊ່ຽວຊານດ້ານການເງິນສາທາລະນະຂອງ ໂຮງຮຽນທຸລະກິດ Kelley ສັງກັດມະຫາວິທະຍາໄລ Indiana (ອາເມລິກາ) ວັນທີ 13 ມີນາ

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບສາດສະດາຈານ Andreas Hauskrecht
ຂອງໂຮງຮຽນທຸລະກິດ Kelley, ມະຫາວິທະຍາໄລ Indiana (ອາເມລິກາ). (ພາບ: 
chinhphu.vn)

ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຫວຽດນາມ ຫງວຽນຊວນຟຸກ ປາດຖະໜາຢາກຮັບຟັງຄໍາຄິດເຫັນຈາກ ໜ່ວຍທີ່ປຶກສາດ້ານເສດຖະກິດຂອງທ່ານນາຍົກລັດຖະມົນຕີ, ບັນດາຊ່ຽວຊານສັງກັດກຸ່ມຂໍ້ລິເລີ່ມຫວຽດນາມ, ບັນດານັກວິທະຍາສາດ, ຜູ້ຊ່ຽວຊານຕ້ອງສືບຕໍ່ສ້າງ, ເພີ່ມເຕີມນະໂຍບາຍເສດຖະກິດມະຫາພາກຂອງຫວຽດນາມໃຫ້ສົມບູບນແບບ. ສະນັ້ນ, ທ່ານ ຮອງນາຍົກລັດຖະມົນຕີປາດຖະໜາວ່າ ທ່ານສາດສະດາຈານ Andreas Hauskrecht ມີການຕີລາຄາຢ່າງພາວະວິໄສ ກ່ຽວກັບສະພາບການດ້ານເສດຖະກິດມະຫາພາກ ແລະ ພື້ນຖານເສດຖະກິດລວມຂອງຫວຽດນາມ, ຈາກນັ້ນ ຍົກອອກຄໍາແນະນຳກ່ຽວກັບນະໂຍບາຍການເງິນເງິນຕາ, ນະໂຍບາຍມະຫາພາກຂອງຫວຽດນາມໃນໄລຍະຈະມາເຖິງ.

ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ຍັງສະເໜີ ທ່ານສາດສະດາຈານ ຈົ່ງສືບຕໍ່ໃຫ້ການຮ່ວມມື, ໜູນຊ່ວຍບັນດາອົງການ, ສຳນັກງານຂອງລັດຖະບານຫວຽດນາມ, ພິເສດແມ່ນ ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ກ່ຽວກັບລະບົບຄຸ້ມຄອງການເງິນຂອງອາເມລິກາ, ເຊື່ອມຕໍ່ກັບບັນດາອົງການຈັດຕັ້ງ, ຜູ້ຊ່ຽວຊານຄ້ົນຄວ້າ, ທີ່ໃຫ້ຄຳປຶກສາດ້ານນະໂຍບາຍແຖວໜ້າຂອງໂລກ ແລະ ອາເມລິກາກັບບັນດາອົງການ, ສຳນັກງານຄົ້ນຄວ້າຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)



top