ຂ່າວສານ

ລັດຖະບານສ້າງສັນແມ່ນລັດຖະບານຕ້ອງຫັນປ່ຽນຈາກຄຳເວົ້າກາຍເປັນການກະທຳ

      ຕອນເຊົ້າວັນທີ 25 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນ ທີ່ມີຫົວຂໍ້ວ່າ: “ຮ່າໂນ້ຍ 2017 - ຮ່ວມມືລົງທຶນ ແລະ ພັດທະນາ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຖືວ່າ: ບັນດານັກລົງທຶນທີ່ລົງທຶນເຂົ້າ ຮ່າໂນ້ຍ ກໍ່ແມ່ນການປະກອບສ່ວນເຂົ້າໃນການສ້າງສານະຄອນຫລວງ. ຕີລາຄາສູງບັນດາຄຳເຫັນແທດຈິງ ແລະ ກົງໄປກົງມາຂອງບັນດານັກລົງທຶນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ:
        “ຂ້າພະເຈົ້າຍ້ອງຍໍຊົມເຊີຍທຸກຄວາມມານະພະຍາຍາມໃນປີຜ່ານມາຂອງຄະນະການນຳ, ສ່ວນບຸກຄົນໃນຄະນະການນຳຂອງ ຮ່າໂນ້ຍ. ໃນໄລຍະມໍ່ໆມານີ້ ມີວິສາຫະກິດແຫ່ງໜຶ່ງໄດ້ແບ່ງປັນກັບຂ້າພະເຈົ້າກ່ຽວກັບການນຳຜູ້ໜຶ່ງຂອງ ຮ່າໂນ້ຍ ໄດ້ແກ້ໄຂຈະແຈ້ງຄຳຮຽກຮ້ອງຕ້ອງການອັນຊອບທຳເພື່ອຜົນປະໂຫຍດຂອງວິສາຫະກິດ ແລະ ຂອງ ຮ່າໂນ້ຍ. ນັ້ນແມ່ນການກະທຳສ້າງສັນຂອງການນຳທ້ອງຖິ່ນ. ຜ່ານຕົວຢ່າງດັ່ງກ່າວ ຂ້າພະເຈົ້າຢາກເນັ້ນໜັກວ່າ ທຸກກົງຈັກຂັ້ນຮາກຖານຕ້ອງເຄື່ອນໄຫວ, ມີໄຫວພິກ, ທັນການ, ເລິກເຊິ່ງສຳລັບບັນດາລັດຖະນະໂຍບາຍຂອງລັດຖະບານ ແລະ ສູນກາງ”.
        ທ່ານນາຍົກລັດຖະມົນຕີກໍ່ຕີລາຄາສູງບັນດາການປະກອບສ່ວນຂອງ ຮ່າໂນ້ຍ ດ້ວຍການພັດທະນາຂອງປະເທດຊາດໃນໄລຍະຜ່ານມາ, ການເຕີບໂຕເສດຖະກິດໃນ 20 ປີຜ່ານມາບັນລຸລະດັບສະເລ່ຍເກືອບ 9,5% / ປີ.
 (ແຫຼ່ງຄັດຈາກ VOV)

top