ຂ່າວສານ

ລັດຖະບານສືບຕໍ່ຕິດຕາມບັນດາການຜັນແປຂອງເສດຖະກິດມະຫາພາກຢ່າງເຄັ່ງຄັດ

      ຕອນບ່າຍວັນທີ 1 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ, ປະທານສະພາປຶກສານະໂຍບາຍການເງິນ, ເງິນຕາແຫ່ງຊາດເປັນປະທານວາລະປະຊຸມໄຕມາດທີ II ປີ 2017 ຂອງສະພາ ເພື່ອແນໃສ່ສ້າງບົດລາຍງານຮັບໃຊ້ການບໍລິຫານຂອງລັດຖະບານທີ່ກອງປະຊຸມນັດສາມັນປະຈຳເດືອນ 6 ປີ 2017 ຂອງລັດຖະບານ.

ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ທີ່ກອງປະຊຸມ
      ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ: ລັດຖະບານ, ບັນດາກະຊວງ, ຂະແໜງການສືບຕໍ່ຕິດຕາມກວດກາບັນດາການຜັນແປຂອງເສດຖະກິດມະຫາພາກຢ່າງເຄັ່ງຄັດ, ສືບຕໍ່ຍູ້ແຮງການສ້າງໂຄງປະກອບການລົງທຶນແຫ່ງລັດ, ຍູ້ແຮງການຖອນທຶນ, ຫັນລັດວິສາຫະກິດເປັນຫຸ້ນສ່ວນ, ປ່ຽນໃໝ່ກົນໄກການເຄື່ອນໄຫວຂອງບັນດາຫົວໜ່ວຍຂອງລັດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕັ້ງໜ້າແກ້ໄຂໜີ້ເສຍ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສືບຕໍ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນເຕີບໂຕໃນຂົງເຂດກະສິກຳ, ການທ່ອງທ່ຽວ, ການບໍລິການ… ເພື່ອຮັບປະກັນການເຕີບໂຕໃຫ້ໝັ້ນຄົງ ແລະ ຍາວນານ.
(ແຫຼ່ງຄັດຈາກ VOV)

top