ຂ່າວສານ

ລັດຖະບານ ໄດ້ມານະພະຍາຍາມ ແລະ ສາມາດບັນລຸຜົນງານທີ່ເປັນໜ້າ ເອກອ້າງທະນົງໃຈ

      ກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນປະຈຳເດືອນມີນາປີ 2021 ຂອງລັດຖະບານຊຶ່ງກໍແມ່ນວາລະປະຊຸມສຸດທ້າຍຂອງອາຍຸການລັດຖະບານຊຸດທີ 14,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເນັ້ນໜັກວ່າ ລັດຖະບານ ໄດ້ມານະພະຍາຍາມ ແລະ ສາມາດບັນລຸຜົນງານທີ່ເປັນໜ້າ ເອກອ້າງທະນົງໃຈ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກກ່າວຄຳເຫັນ
ທີ່ກອງປະຊຸມສະໄໝສາມັນປະຈຳເດືອນມີນາປີ 2021 ຂອງລັດຖະບານ
      ວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນປະຈຳເດືອນມີນາປີ 2021 ຂອງລັດຖະບານຊຶ່ງກໍແມ່ນວາລະປະຊຸມສຸດທ້າຍຂອງອາຍຸການລັດຖະບານຊຸດທີ 14,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເນັ້ນໜັກວ່າ ລັດຖະບານ ໄດ້ມານະພະຍາຍາມ ແລະ ສາມາດບັນລຸຜົນງານທີ່ເປັນໜ້າ ເອກອ້າງທະນົງໃຈ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :
    “ ເສດຖະກິດມະຫາພາກເປັນປົກກະຕິ, ລະດັບ ຈີດີພີ ທັງໄລຍະລ້ວນແຕ່ເພີ່ມຂຶ້ນທົບ 1,4 ເທົາເມື່ອທຽບໃສ່ປີ 2015, ກົດລະບຽບວິໄນໄດ້ຮັບການເພີ່ມທະວີ. ການເກັບລາຍຮັບເຂົ້າງົບປະມານໃນໄຕມາດ1 ແມ່ນດີທີ່ສຸດ, ການໃຊ້ຈ່າຍໄດ້ຮັບປະກັນ. ລັດຖະບານຍັງປະຕິບັດຮູບແບບການເຕີບໂຕໂດຍຫັນປ່ຽນຈາກລົງກ້ວາງສູ່ລວງເລິກ. ເປີດບັນດາໂອກາດໃຫຍ່ໃຫ້ແກ່ການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ”
    ທາງດ້ານເສດຖະກິດສັງຄົມໃນໄຕມາດ 1 ປີນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕີລາຄາວ່າ ເສດຖະກິດສັງຄົມພັດທະນາຢ່າງຕັ້ງໜ້າເມືອ່ທຽບໃສ່ໄລຍະດຽວກັນຂອງປີກາຍ ນັງທັງ 3 ຂົງເຂດ: ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ. ບັນດາດັດຊະນີເສດຖະກິດບັນລຸຕົວເລກດີກ່ວາ, ບັນຍາກາດການລົງທຶນ, ທຳການຜະລິດ, ດຳເນີນທຸລະກິດມີຄວາມຟົດຟື້ນກ່ວາເກົ່າ.
 (ແຫຼ່ງຄັດຈາກ VOV)


top