ຂ່າວສານ

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຮ່ວມມືດ້ານສາສະໜາລະຫວ່າງ ຫວຽດນາມ ແລະ ລາວ

      ລັດຖະບານ ຫວຽດນາມ ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຮ່ວມມືດ້ານສາສະໜາລະຫວ່າງ ຫວຽດນາມ ແລະ ລາວ.
      ທ່ານ ເຈືອງຮ່ວາບີງ ຕ້ອນຮັບທ່ານ ຈັນທະວົງ ແສນອາມາດມົນຕີ (ພາບ: VGP)
      ນັ້ນແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ທີ່ການຕ້ອນຮັບທ່ານຮອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ຈັນທະວົງ ແສນອາມາດມົນຕີ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຕີລາຄາສູງການຮ່ວມມືໃນໄລຍະຜ່ານມາລະຫວ່າງຄະນະສາສະໜາລັດຖະບານ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດຢ່າງມີປະສິດທິຜົນ; ຜ່ານນັ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານສາສະໜາຂອງແຕ່ລະປະເທດ, ສ້າງເງື່ອນໄຂໃຫ້ 2 ອົງການສຳນັກງານເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນຄຸ້ມຄອງລັດກ່ຽວກັບສາສະໜາຂອງແຕ່ລະປະເທດ. ທ່ານຮອງນາຍົກລັດຖະມົນຕີຢືນຢັນວ່າ ລັດຖະບານ ຫວຽດນາມ ສະໜັບສະໜູນ, ສ້າງເງື່ອນໄຂໃຫ້ຄະນະສາສະໜາລັດຖະບານ ແລະ ຄະນະກຳມະການແນວລາວສ້າງຊາດສືບຕໍ່ຮ່ວມມື, ບຳລຸງ, ກໍ່ສ້າງກ່ຽວກັບວຽກງານສາສະໜາ. ພ້ອມທັງ ສະເໜີ 2 ອົງການສຳນັກງານຄວນເປັນເຈົ້າການ, ຕັ້ງໜ້າປະຕິບັດໂຄງການຮ່ວມມື, ຍົກສູງປະສິດທິຜົນແຫ່ງການຮ່ວມມືໃນຂົງເຂດສາສະໜາໃນໄລຍະຈະມາເຖິງ. ສ່ວນທ່ານຮອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ຈັນທະວົງ ແສນອາມາດມົນຕີ ປາດຖະໜາວ່າ ຫວຽດນາມ ຊ່ວຍເຫຼືອ ລາວ ຈັດຕັ້ງກອງປະຊຸມສາສະໜາພຸດ 3 ປະເທດ ລາວ - ຫວຽດນາມ - ກຳ ປູເຈຍ ສຳເລັດຜົນ ແລະ ກອງປະຊຸມວຽກງານສາສະໜາຂອງ 6 ປະເທດອະນຸພາກພື້ນແມ່ນ້ຳຂອງ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 
 

top