ຂ່າວສານ

ລັດຖະບານ ຫວຽດນາມ ຍາມໃດກໍ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນ

ຕອນບ່າຍວັນທີ 22ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ມີການພົບປະກັບຄະນະຜູ້ແທນສະພາທຸລະກິດ ອາເມລິກາ - ອາຊຽນ (USABC), ລວມມີບັນດາວິສາຫະກິດແຖວໜ້າຂອງອາເມລິກາ ແລະ ໂລກ, ເຊັ່ນ: Netflix, Boeing. , Apple, Coca-Cola, Pfizer, Abbott, Visa, Citibank, Meta, Ford, Fedex Express ...
  ການພົບປະລະຫວ່າງນາຍົກລັດຖະມົນຕີ ຟ້າມມິງຈີງ ກັບຄະນະຜູ້ແທນສະພາ ທຸລະກິດ ອາເມລິກາ - ອາຊຽນ  

ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານຫວຽດນາມ ຍາມໃດກໍປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກລົງທຶນ; ຄຽງຄູ່ ກັນນັ້ນ, ຍາມໃດກໍເປີດອົກເປີດໃຈ ແລະ ພ້ອມແລ້ວທີ່ຈະຮັບຟັງຄວາມໃນໃຈ,  ຄວາມ ຄິດເຫັນຂອງປະຊາຄົມວິສາຫະກິດ ສະຫະລັດ ອາເມລິກາ. ທ່ານນາຍົກລັດຖະມົນຕີ ຖືວ່າ, ລັດຖະບານຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ອາເມລິກາ ເປີດກວ້າງການລົງທຶນຢູ່ຫວຽດນາມ; ພ້ອມກັນນັ້ນ, ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກ່ວາອີກໃນຕ່ອງໂສ້ມູນຄ່າການຜະລິດຂອງວິສາຫະກິດ ອາເມລິກາ; ສະເໜີໃຫ້ສອງຝ່າຍສືບຕໍ່ປຶກສາຫາລືເພື່ອແກ້ໄຂສິ່ງກີດຂວາງໃນການຜະລິດ ແລະ ດຳເນີນທຸລະກິດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ USABC ສືບຕໍ່ເປີດກ້ວາງການເຄື່ອນໄຫວດຳເນີນທຸລະກິດ ລົງທຶນຢູ່ ຫວຽດນາມ ໂດຍສຸມໃສ່ບັນດາຂົງເຂດທີ່ ຫວຽດນາມ ມີຄວາມຕ້ອງການ ແລະ ບັນດາວິສາຫະກິດ USABC ມີທ່າແຮງ, ຜ່ານນັ້ນ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກ່ວາອີກໃນຕ່ອງໂສ້ການສະໜອງ, ມູນຄ່າ ທົ່ວໂລກ.

 ຜູ້ຕາງໜ້າສະພາທຸລະກິດອາເມລິກາ - ອາຊຽນ ແລະ ບັນດາວິສາຫະກິດ ອາເມລິກາ ສະແດງຄວາມເຊື່ອໝັ້ນຕໍ່ແງ່ຫວັງການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄລຍະຈະມາເຖິງ; ໃຫ້ຄຳໝັ້ນສັນຍາລົງທຶນຍາວນານຢູ່ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດຄື: ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ການຫັນປ່ຽນ ພະລັງງານ, ການເງິນ, ການປະດິດສ້າງ, ອຸດສາຫະກຳລົດໂອໂຕ, ອຸດສາຫະກຳການບັນເທິງ, ສາທາລະນະສຸກ... ນອກນັ້ນ, ບັນດາວິສາຫະກິດຍັງນຳສະເໜີຕໍ່ລັດຖະບານ, ບັນດາກະຊວງ, ຂະແໜງ ການຂອງຫວຽດນາມ ບາງຂໍ້ ສະເໜີເພື່ອສ້າງ ເງື່ອນໄຂທີ່ດີກ່ວາ, ເປັນຕົ້ນແມ່ນ: ກອບກົດໝາຍກ່ຽວກັບການຄ້າ ເອເລັກໂຕນິກ; ຄວາມປອດໄພໃນເຄືອຂ່າຍອິນເຕີເນັດ ແລະການເຂົ້າເຖິງຂໍ້ມູນຂ່າວສານ; ນະໂຍບາຍພາສີອາກອນ; ການປະຕິຮູບຕະຫຼາດທຶນ ເພື່ອສົ່ງເສີມ ການລົງທຶນ; ນະໂຍບາຍອອກວີຊາທີ່ອຳນວຍຄວາມສະດວກ...

 


top