ຂ່າວສານ

ລັກສະນະປະຊາທິປະໄຕໃນການປະກອບຄຳເຫັນເພື່ອສ້າງ, ປັບປຸງເອກະສານການເມືອງກອງປະຊຸມໃຫຍ່ຂອງພັກໃຫ້ສົມບູນແບບ

      ໃນວິວັດການສ້າງເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ພັກກອມມູນິດຫວຽດນາມ ມີແຜນນະໂຍບາຍຮັບເອົາຄຳເຫັນຂອງສະມາຊິກພັກ ແລະປະຊາຊົນ ເພື່ອປັບປຸງຮ່າງບັນດາເອກະສານການເມືອງໃຫ້ສົມບູນແບບ, ຖືນີ້ແມ່ນວຽກງານສຳຄັນຍິ່ງ, ເສີມຂະຫຍາຍປະຊາທິປະໄຕ, ລະດົມກຳລັງແຮງຫົວຄິດປະດິດສ້າງຂອງທົ່ວພັກ, ທົ່ວປວງຊົນ ໃນການສ້າງແນວທາງ, ຍຸດທະສາດພັດທະນາປະເທດຊາດ.  ບັນດາພວກສວຍໂອກາດດ້ານການເມືອງ ພວມສວຍໃຊ້ແຜນນະໂຍບາຍນີ້ ເພື່ອເຮັດໃຫ້ຂໍ້ມູນຂ່າວກ່ຽວກັບລະບອບການເມືອງ, ບົດບາດຊີ້ນຳນຳພາຂອງພັກ, ວຽກງານບຸກຄະລາກອນ ແລະຫລາຍບັນຫາກ່ຽວຂ້ອງເຖິງກອງປະຊຸມໃຫຍ່ ວຸ້ນວາຍ ຜິດເຂວ. ເຖິງແນວໃດກໍຕາມ, ບັນດາຖ້ອຍທຳນອງນີ້ ບໍ່ອາດເສກສັນປັ້ນແຕ່ງ, ບິດເບືອນຄວາມຈິງກ່ຽວກັບລັກສະນະປະຊາທິປະໄຕໃນການເຄື່ອນໄຫວຂອງພັກກອມມູນິດຫວຽດນາມ.

ພາບປະກອບ
      ເລື່ອງເປີດກວ້າງປະຊາທິປະໄຕ, ຮັບເອົາຄຳເຫັນຂອງສະມາຊິກພັກ ແລະປະຊາຊົນ ໃນການສ້າງຮ່າງເອກະສານການເມືອງຂອງພັກ ແມ່ນແຜນນະໂຍບາຍອັນຖືກຕ້ອງ ແລະ ໄດ້ຮັບຖືວ່າ ແມ່ນຂັ້ນຕອນຈຳເປັນໃນວິວັດການສ້າງເອກະສານການເມືອງໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຂອງພັກ ໃນຫລາຍອາຍຸການຜ່ານມາ. ເພື່ອສ້າງເງື່ອນໄຂໃຫ້ແກ່ປະຊາຊົນ ໄດ້ປະກອບຄຳເຫັນຢ່າງມີປະຊາທິປະໄຕ, ກວ້າງຂວາງ ກ່ອນທີ່ດຳເນີນກອງປະຊຸມໃຫຍ່,  ບັນດາເອກະສານການເມືອງຂອງພັກ ໄດ້ຮັບການປະກາດຜ່ານບັນດາພາຫະນະສື່ມວນຊົນເພື່ອໃຫ້ປະຊາຊົນໃນທົ່ວປະເທດຕິດຕາມ, ປະກອບຄຳເຫັນສ້າງ, ປັບປຸງໃຫ້ສົມບູນແບບ. ອະນຸກຳມະການເນຶ້ື້ອໃນກອງປະຊຸມ ຈະຮັບເອົາບັນດາເນື້ອໃນປະກອບຂອງສະມາຊິກພັກ, ຂອງປະຊາຊົນ ເພື່ອປັບປຸງບັນດາເອກະສານການເມືອງໃຫ້ສົມບູນແບບ ແລະ ສູນກາງຈະໃຫ້ຄຳເຫັນຄັ້ງສຸດທ້າຍກ່ອນທີ່ສະເຫນີບັນດາເອກະສານການເມືອງທີ່ກອງປະຊຸມ. ຂັ້ນຕອນປຶກສາຫາລືໃນບັນດາອົງການຈັດຕັ້ງຂອງພັກ ແລະຮັບເອົາຄຳເຫັນຢ່າງກວ້າງຂວາງຂອງປະຊາຊົນ ປະກອບຄຳເຫັນໃສ່ບັນດາເອກະສານການເມືອງຂອງກອງປະຊຸມ ແມ່ນເລີ່ມມາຈາກຫລັກການຂອງການເຄື່ອນໄຫວຂອງພັກ, ເຄົາລົບກົດລະບຽບຂອງພັກ, ສະແດງໃຫ້ເຫັນທາດແທ້ຂອງພັກ ໂດຍອີງໃສ່ປະຊາຊົນ ເພື່ອປະຕິບັດວຽກງານມີຄວາມໝາຍສຳຄັນພິເສດ ແມ່ນການກຳນົດ ແນວທາງຍຸດທະສາດຂອງພັກ, ໂຄງການການເມືອງໃນການກໍ່ສ້າງພັກ ແລະ ພັດທະນາປະເທດຊາດ.
ມາຮອດປະຈຸບັນ ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ປັບປຸງ ເພີ່ມເຕີມ 17 ຄັ້ງ ພາຍຫລັງການປະກອບຄຳເຫັນຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ. ບັນດາຄຳເຫັນປະກອບຂອງພະນັກງານ, ສະມາຊິກພັກ ຈາກບັນດາອົງການຈັດຕັ້ງພັກໃນທົ່ວປະເທດ, ມີການກະທົບຕັ້ງຫນ້າຕະຫລອດຮອດວິວັດການສ້າງ,ປັບປຸງເອກະສານການເມືອງກອງປະຊຸມໃຫຍ່ຂອງພັກໃຫ້ສົມບູນແບບ ແລະ ມີຄວາມໝາຍອັນຍິ່ງໃຫຍ່. ຕາມນັ້ນແລ້ວ, ມີພະນັກງານ, ສະມາຊິກພັກ ນັບລ້ານຄົນ ພວມຮ່ຳຮຽນ, ເຮັດວຽກ, ອອກແຮງງານທຳ ການຜະລິດ ຫລື ປະຕິບັດຫນ້າທີ່ປົກປັກຮັກສາປະເທດຊາດ,ຮັກສາຄວາມເປັນລະບຽບຮຽບຮ້ອຍ ຄວາມໝັ້ນຄົງໃນທຸກແຖບຖິ່ນຂອງປະເທດຊາດ ໄດ້ປະກອບສ່ວນກຳນົດບັນດາທັດສະນະພື້ນຖານຢ່າງຊັດເຈນ, ເພີ່ມເຕີມເຮັດໃຫ້ອຸດົມສົມບູນ, ບັນດາຂ້ໍສັງເກດ, ການຕີລາຄາກ່ຽວກັບສະພາບຕົວຈິງ, ປະກອບບັນດາແນວຄວາມຄິດ, ວິທີຄົ້ນຄິດ, ວິທີເຮັດໃຫມ່ເພື່ອປັບປຸງບັນດາເນື້ອໃນ, ມາດຕະການພັດທະນາປະເທດຊາດໃນແຕ່ລະຂົງເຂດໃຫ້ສົມບູນແບບ.
ນັ້ນແມ່ນການສຸມສະຕິປັນຍາຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນເຂົ້າໃນການກໍ່ສ້າງແນວທາງພັດທະນາປະເທດຊາດ. ພ້ອມກັນນັ້ນ ພະນັກງານ, ສະມາຊິກພັກ, ປະຊາຊົນ ເມື່ອສະແດງທັດສະນະເຫັນດີຕໍ່ແຕ່ລະເນື້ອໃນ, ບັນຫາຂອງຮ່າງເອກະສານການເມືອງກໍ່ມີຄວາມໝາຍຄືດັ່ງໄດ້ກຳນົດ, ເຫັນດີກັບບັນດາເນື້ອໃນແນວທາງໃນບັນດາເອກະສານການເມືອງ.ນັ້ນແມ່ນສະແດງໃຫ້ເຫັນການເຕົ້າໂຮມຄວາມເປັນເອກະພາບຂອງເຈດຈຳນົງໃນທົ່ວພັກ,ທົ່ວກອງທັບ  ແລະ ທົ່ວປວງຊົນ ໃນການສ້າງແນວທາງພັດທະນາປະເທດຊາດ. ວິວັດການຄົ້ນຄ້ວາບັນດາເອກະສານການເມືອງເພື່ອປະກອບຄຳເຫັນ ຈະຊ່ວຍສະມາຊິກພັກ, ປະຊາຊົນ ກຳແຫນ້ນໄດ້ເນື້ອໃນແນວທາງຂອງພັກ, ເຮັດໃຫ້ວິວັດການປຶກສາຫາລື ວາງກຳນົດແນວທາງ, ພ້ອມທັງກາຍເປັນວິວັດການຮ່ຳຮຽນ, ຊາບຊຶມມະຕິກອງປະຊຸມໃຫຍ່ຂອງພັກເພື່ອໃຫ້ມະຕິຂອງພັກໄດ້ຮັບການເຜີຍແຜ່, ເຊື່ອມຊຶມເລິກກວ້າງກວ່າ.
ເຕົ້າໂຮມປະຊາທິປະໄຕແມ່ນຫລັກການເຄື່ອນໄຫວທີ່ຂາດບໍ່ໄດ້ຂອງພັກກອມມູນິດຫວຽດນາມແຕ່ກ່ອນມາຮອດປະຈຸບັນ. ປະຊາທິປະໄຕ ແມ່ນເງື່ອນໄຂໃຫ້ແກ່ການຄົງຕົວ, ການພັດທະນາຢ່າງເຂັ້ມແຂງຂອງພັກ. ພັກກອມມູນິດຫວຽດນາມ ພຽງມີຜົນປະໂຫຍດຫນຶ່ງດຽວ ແມ່ນການຕໍ່ສູ້ໃຫ້ແກ່ຄວາມເປັນເອກະລາດເສລີພາບຂອງປະເທດຊາດ, ຄວາມອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນ. ພັກ ອີງໃສ່ປະຊາຊົນເພື່ອກໍ່ສ້າງ, ອີງໃສ່ປະຊາຊົນເພື່ອກຳນົດແນວທາງສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.ນັ້ນແມ່ນຄວາມຮັບຮູ້ສະເຫມີຕົ້ນສະເຫມີປາຍໃນໂຄງການການເມືອງ ແລະແນວທາງຂອງພັກກອມມູນິດຫວຽດນາມ. ນັ້ນກໍ່ແມ່ນຄວາມຈິງຢ່າງມີຊີວິດຊີວາໃນຊີວິດການເມືອງສັງຄົມຂອງຫວຽດນາມ ພິເສດ ແມ່ນຕໍ່ການດຳເນີນກອງປະຊຸມໃຫຍ່ຂອງພັກໃນແຕ່ລະຄັ້ງ. ສະນັ້ນບັນດາຖ້ອຍທຳນອງເສກສັນປັ້ນແຕ່ງລັກສະນະປະຊາທິປະໄຕໃນພັກ ແມ່ນ “ຄຳເວົ້າ” ທີ່ຜິດເຂວ ແລະບໍ່ມີຄຸນຄ່າຢ່າງແທ້ຈິງ.
 (ແຫຼ່ງຄັດຈາກ VOV)


top