ຂ່າວສານ

ລະ​ດົມ​ສະ​ຕິ​ປັນ​ຍາຄວາມ​ສາ​ມາດ​ຂອງ​ນັກ​ຊ່ຽວ​ຊານ ປະ​ກອ​ບ​ຄຳ​ເຫັນ​ໃສ່ ແຜນ​ຮ່າງ​ຍຸດ​ທະ​ສາດ​ສ້າງລັດ​ແຫ່ງ​​ອຳ​ນາດນິ​ຕິ​ບັນ​ຍັດ ສັງ​ຄົມນິ​ຍົມ ຫວຽດ​ນາມ ໃຫ້ສົມ​ບູນ​ແບບ

ຕອນບ່າຍວັນທີ 01 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງຍຸດທະສາດ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢ່າງສົມບູນແບບ ໄດ້ເຮັດວຽກກັບສາດສະດາຈານ, ຮອງສາດສະດາຈານ, ປະລິນຍາເອກ, ນັກຊ່ຽວຊານແຖວໜ້າໃນຂົງເຂດວິທະຍາສາດນິຕິກຳ ເພື່ອຮັບຟັງຄຳເຫັນປະກອບໃສ່ແຜນຮ່າງດັ່ງກ່າວ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ແຜນການດັ່ງກ່າວ ແມ່ນບັນຫາແກ່ນສານໃນການປະຕິຮູບນິຕິກຳ, ສືບຕໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງ ພັກຄອມມູນິດ ຫວຽດນາມ ໄດ້ວາງອອກ.  ດັ່ງນັ້ນ, ຮຽກຮ້ອງຕ້ອງມີການລະດົມກຳລັງ ແລະ ການເຂົ້າຮ່ວມຈາກຫຼາຍອົງການຈັດຕັ້ງ, ນັກຊ່ຽວຊານ, ນັກວິທະຍາສາດ. ທ່ານກໍສະເໜີໃຫ້ບັນດານັກຊ່ຽວຊານ,ນັກວິທະຍາສາດປະກອບຄຳເຫັນໃສ່ບາງເນື້ອໃນຄື ຂອບຂະໜາດຂອງແຜນຮ່າງ; ໂຄງປະກອບ, ເນື້ອໃນຄົ້ນຄວ້າ; ບັນດາຫົວເລື່ອງລົງເລິກ; ການຈັດແບ່ງວຽກງານໃຫ້ແກ່ບັນດາອົງການປະຕິບັດຫົວເລື່ອງນັ້ນ… ແລະ ບັນດາເນື້ອໃນອື່ນ ເຊິ່ງບັນດານັກຊ່ຽວຊານ, ນັກວິທະຍາສາດຢາກປະກອບຄຳເຫັນ.
 (ແຫຼ່ງຄັດຈາກ VOV)

top