ຂ່າວສານ

ລະນຶກ 90 ປີແຫ່ງວັນເຖິງແກ່ມໍລະນະກຳ ຂອງ ພໍ່ຕູ້ ຫງວຽນຊິງຊັກ

      ວັນທີ 24 ພະຈິກ, ຢູ່ເຂດປູຊະນີຍະສະຖານພໍ່ຕູ້ ຫງວຽນຊິງຊັກ ຊຶ່ງແມ່ນບິດາຂອງປະທານໂຮ່ຈິມິນ ທີ່ແຂວງດົງທາບ, ໄດ້ຈັດພິທີໄຫວ້ບູຊາລະນຶກ 90 ປີແຫ່ງວັນເຖິງແກ່ມໍລະນະກຳ ຂອງ ພໍ່ຕູ້ ຫງວຽນຊິງຊັກ

ພິທີໄຫວ້ບູຊາອາໄລຫາ ພໍ່ຕູ້ ຫງວຽນຊິງຊັກ
      ນີ້ແມ່ນການເຄື່ອນໄຫວວັດທະນະທຳທີ່ມີຄວາມໝາຍທາງດ້ານການເມືອງ, ວັດທະນະທຳມະນຸດ, ປະກອບສ່ວນສຶກສາອົບຮົມລັດທິຮັກຊາດ, ວິລະຊົນປະຕິວັດໃຫ້ລຸ່ນຄົນປະຈຸບັນ ແລະ ອະນາຄົດ.
     ປີນີ້, ໃນຊຸມວັນຈັດພິທີໄຫວ້ບູຊາອາໄລຫາ,  ຢູ່ເຂດປູຊະນີຍະສະຖານພໍ່ຕູ້ ຫງວຽນຊິງຊັກ ໄດ້ຈັດໃຫ້ມີບັນດາການເຄື່ອນໄຫວເຊັ່ນ: ງານວາງສະແດງເອກະສານວັດຖຸພັນກ່ຽວກັບ ພໍ່ຕູ້ ຫງວຽນຊິງຊັກ, ປະທານໂຮ່ຈິມິນ, ບ້ານເກີດເມືອງ , ປະເທດຊາດ ແລະ ຊາວດົງທາບ, ການສະແດງສິລະປະຂັບເດີນກາຕາຍຕື, ຂັບກາຍເລືອງ, ເພງພື້ນເມືອງ….
 (ແຫຼ່ງຄັດຈາກ VOV)


top