ຕອນເຊົ້າວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ສົມທົບກັບ ໜັງສືພິມ ເຍິນເຢິນ (ແປວ່າ ສຽງຂອງພັກກອມມູນິດຫວຽດນາມ) ໄດ້ຈັດຕັ້ງການໂອ້ລົມສົນທະນາວິທະຍາສາດ ດ້ວຍຫົວຂໍ້ວ່າ “ 50 ປີ ແຫ່ງວັນປະຕິບັຄໍາພິໄນກໍາຂອງປະທານໂຮ່ຈີມິນ ກ່ຽວກັບການກໍ່ສ້າງພັກ”.

ການໂອ້ລົມສົນທະນາວິທະຍາສາດ ດ້ວຍຫົວຂໍ້ວ່າ “ 50 ປີ ແຫ່ງວັນປະຕິບັຄໍາພິໄນກໍາຂອງປະທານໂຮ່ຈີມິນ ກ່ຽວກັບການກໍ່ສ້າງພັກ” (ພາບ: TTXVN)
ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ, ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນແທັງ, ເລຂາສູນກາງພັກ, ຜູ້ອໍານວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຊີ້ແຈ້ງວ່າ:
“ນັບມື້ນັບພວກເຮົາຍິ່ງມີການຮັບຮູ້ຢ່າງເລິກເຊິ່ງກວ່າກ່ຽວກັບຄຸນຄ່າ ແລະ ຄວາມສໍາຄັນເປັນພິເສດຂອງຄໍາພິໄນກໍາ ກ່ຽວກັບວຽກງານການກໍ່ສ້າງພັກ. ນັ້ນແມ່ນບັນດາຄໍາຕັກເຕືອນທີ່ມີວິໄສທັດທີ່ກວ້າງໄກກ່ຽວກັບການຮ້ຽກຮ້ອງຕ້ອງກໍ່ສ້າງພັກຢ່າງຮອບດ້ານ, ເປັນປະຈໍາ ແລະ ຕໍ່ເນື່ອງ ນັບທັງການດ້ານແນວຄິດ, ກົງຈັກການຈັດຕັ້ງ , ພະນັກງານ ແລະ ຄຸນສົມບັດ. ພັກກໍາອໍານາດຕ້ອງມີການປ່ຽນແປງໃໝ່ ແລະ ປັບປຸງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ໂປງໃສ ແລະ ໝັ້ນຄົງເຂັ້ມແຂງຕະຫຼອດການ ເພື່ອນໍາພາພາລະກິດປະຕິວັດໃນສະພາບການໃໝ່ໃນປັດຈຸບັນໃຫ້ສໍາເລັດຜົນ”.
(ແຫຼ່ງຄັດຈາກ VOV)