ຂ່າວສານ

ລະດູບານໃໝ່ປີມະເມຍ 2026: ຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ ຕ້ອນຮັບບຸນເຕັດວົງຄະນະຍາດຢ່າງຟົດຟື້ນ

ບັນດາແຂກຖືກເຊີນ ແລະ ພໍ່ແມ່ປະຊາຊົນ ໄດ້ພົບປະແລກປ່ຽນ ແລະ ຖ່າຍຮູບບັນທຶກຈຸດເວລາທີ່ໜ້າຈົດຈຳໃນເຂດວາງສະແດງທີ່ເຂັ້ມຂຸ້ມໄປດ້ວຍບຸນເຕັດ ຫວຽດນາມ
ທ່ານ Bodo Ramelow, ຮອງປະທານສະພາແຫ່ງຊາດ ເຢຍລະມັນ ກ່າວຄຳເຫັນທີ່ເຫດການ (ພາບ: TTXVN)

ຕອນຄ່ຳວັນທີ 10 ກຸມພາ, ຢູ່ສູນການຄ້າ ດົ່ງຊວັນ, ທີ່ນະຄອນຫຼວງ ແບັກແລງ, ສ.ສະຫະພັນ ເຢຍລະມັນ, ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ໄດ້ສົມທົບກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະຫະພັນ ເຢຍລະມັນ ຈັດບຸນປີໃໝ່ປະຈຳຊາດ ຫວຽດນາມ (ບຸນເຕັດ) ວົງຄະນະຍາດ, ຕ້ອນຮັບບຸນເຕັດປີມະເມຍ 2026.

        ທີ່ລາຍການ, ບັນດາແຂກຖືກເຊີນ ແລະ ພໍ່ແມ່ປະຊາຊົນ ໄດ້ພົບປະແລກປ່ຽນ ແລະ ຖ່າຍຮູບບັນທຶກຈຸດເວລາທີ່ໜ້າຈົດຈຳໃນເຂດວາງສະແດງທີ່ເຂັ້ມຂຸ້ມໄປດ້ວຍບຸນເຕັດ ຫວຽດນາມ, ດ້ວຍສີບົວຂອງດອກຄາຍ, ສີເຫຼືອງຂອງດອກເໝີຍ, ເຂດຂຽນຕົວໜັງສື ຫວຽດ ເດີມ, ເຂດຫໍ່ເຂົ້າຕົ້ມ…, ແລະ ຮັບປະທານບັນດາເຍື່ອງອາຫານ ຫວຽດນາມ.

        ກ່າວຄຳເຫັນທີ່ເຫດການ, ທ່ານ Bodo Ramelow, ຮອງປະທານສະພາແຫ່ງຊາດ ເຢຍລະມັນ ຢືນຢັນວ່າ ຊາວ ຫວຽດນາມ ກວ່າ 200.000 ຄົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ເຢຍລະມັນ ແມ່ນບັນດາ “ທູດສັນຕິພາບ” ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ. ທ່ານຕີລາຄາສູງເລື່ອງ 2 ປະເທດຮ່ວມມືໃນຂົງເຂດແຮງງານ, ບຳລຸງສ້າງວິຊາຊີບຢ່າງແໜ້ນແຟ້ນ. ທ່ານໃຫ້ຮູ້ວ່າ ຄາດວ່າຈະໄປຢ້ຽມຢາມ ຫວຽດນາມ ໃນເດືອນ ມິຖຸນາ ຈະມາເຖິງ ເພື່ອແນໃສ່ຊຸກຍູ້ການຮ່ວມມືລັດຖະສະພາ, ແລກປ່ຽນຊັບພະຍາກອນມະນຸດ ແລະ ແບ່ງປັນບົດຮຽນ.


top