ຂ່າວສານ

“ລະດູບານໃຫມ່ ບ້ານເກີດເມືອງນອນ ປີ 2022” ເຕັມໄປດ້ວຍຄວາມອົບອຸ່ນຢູ່ ມາເລເຊຍ

ທ່ານ ເຈີນຫວຽດທາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ສົ່ງຄຳອວຍພອນປີໃຫມ່ ມາຍັງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ມາເລເຊຍ.
ທ່ານ ເຈີນຫວຽດທາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ພ້ອມກັບຜູ້ຕາງຫນ້າປະຊາຄົມຊາວເຜົ່າຈຳ ຢູ່ ມາເລເຊຍ. ພາບ:Vietnam+

ຕອນຄ່ຳວັນທີ 22 ມັງກອນ, ສະຖານທູດ ຫວຽດນາມ ຢູ່ ກົວລາລຳເປີ ໄດ້ຈັດຕັ້ງລາຍການ “ລະດູບານໃຫມ່ ບ້ານເກີດເມືອງນອນ ປີ 2022” ໂດຍມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ມາເລເຊຍ ໃນບັນຍາກາດເບີກບານມ່ວນຊື່ນ ແລະ ອົບອຸ່ນສະຫນິດສະຫນົມ. ເຂົ້າຮ່ວມລາຍການ ມີພໍ່ແມ່ຊາວຫວຽດນາມ 80 ຄົນ ພ້ອມກັບພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ຢູ່ ມາເລເຊຍ ແລະ ຜູ້ຕາງຫນ້າອົງການຕ່າງໆຂອງຫວຽດນາມ ຢູ່ຄຽງຂ້າງສະຖານທູດ.

ກ່າວຄຳເຫັນທີ່ພິທີ, ທ່ານ ເຈີນຫວຽດທາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ສົ່ງຄຳອວຍພອນປີໃຫມ່ ມາຍັງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ມາເລເຊຍ ພ້ອມທັງ ເນັ້ນຫນັກວ່າ: ຊາວ ຫວຽດນາມ ເຖິງວ່າ ໄປໃສ, ເຮັດວຽກງານໃດ ກໍ່ຕ້ອງມີການອຸທິດສ່ວນເພື່ອຄຸນຄ່າຂອງຊາວຫວຽດນາມ, ທຸກສິ່ງທຸກຢ່າງກໍ່ເພື່ອເປົ້າໝາຍມຸ່ງໄປເຖິງອະນາຄົດອັນສວຍສົດງົດງາມໝັ້ນຄົງເຂັ້ມແຂງຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)


top