ອາຊີບ ຫວຽດ

ຢໍ່ຈ໊າ ເອືອກເລ໊

ໝູ່​ບ້ານ​ເຮັດ ຢໍ່ຈ໊າ ເອືອກເລ໊, ​ເມືອງ ແທງ​ອວາຍ, ຮ່າ​ໂນ້ຍ ມີ​ປະຫວັດ ຄວາມເປັນມາ​ເກືອບ 500 ປີແລ້ວ. ພິ​ເສດ​ແມ່ນຈາກ​​ອາຊີບ​ມູນເຊື້ອ​ ຂອງ​ ໝູ່​ບ້ານ, ປະຊາຊົນ ​ໃນ​ໝູ່​ບ້ານ ​ໄດ້​ປະດິດ​ສ້າງ ​ເຄື່ອງ​ໝາຍການ ຄ້າ ຢໍ່ຈ໊າ ເອືອກເລ໊

 

ຕາມ​ບັນທຶກ​ປະຫວັດສາດ, ອາຊີບ​ເຮັດ​ ຢໍ່ຈ໊໊າ ເອືອກເລ໊ ມີ​ມາ​ແຕ່​ສະ​ໄໝ​ລາຊະວົງ ມາກ (1527-1592). ມີເມຍນ້ອຍ ເຈົ້າຊີວິດຜູ້ໜຶ່ງ ໃນ ພະລາຊະວັງ ແມ່ນຊາວບ້ານ ເອືອກເລ໊ ໄດ້ກັບຄືນບ້ານເກີດ ເພື່ອກໍ່ ສ້າງປະຕູບ້ານ ແລະ ສອນອາຊີບ ເຮັດ ຢໍ່ຈ໊າ ໃຫ້ປະຊາຊົນ. ​ປັດຈຸ​ບັນ, ປະຕູ​ບ້ານ​ ເອືອກເລ໊ ​ຍັງ​ຄົງຕົວເໝືອນດັ່ງສິ່ງ​ພິສູດ​ ກ່ຽວກັບ ວັນເວລາ ​ແລະ ​ຂີດໝາຍ ​ຂອງ ​ໝູ່​ບ້ານ​ອາຊີບ ທີ່ໄດ້​ຜ່ານ​ຜ່າ​ການຜັນແປ ປ່ຽນ ແປງ ຕາມວັນເວລາ.
ຢູ່ ເອືອກເລ໊ ​ມີ​ງານ​ບຸນ ​ປະຈຳ​ປີ​ຂອງ​ໝູ່​ບ້ານ. ​ໃນ​ມື້​ນັ້ນ, ຊາວບ້ານ ບໍ່​ວ່າ​ຈະ​ໄປ​ໄກ​ປານ​ໃດ, ​ແຕ່​ຍັງ​ລະນຶກ​ເຖິງ​ວັນບູຊາ ບັນພະບຸລຸດ ຂອງ ອາຊີບ​. ງານ​ບຸນ​ ໝູ່​ບ້ານ​​ພິ​ເສດທີສຸດ ​ແມ່ນ​ງານ​ບຸນ ຢໍ່ຈ໊າ ເອືອກເລ໊. ຊາວ​ໜຸ່ມ​ໃນ​ໝູ່​ບ້ານ​ ຂ້າ​ໝູ ​ເພື່ອ​ຕຳ ຢໍ່​ ຕະຫຼອດ​ຄືນ, ສ່ວນຊາວບ້ານ​ໄດ້​ເຕົ້າ​ໂຮມ​ກັນ​ຫໍ່​ຢໍ່, ເຮັດຈ໊າ ຢູ່​ເດີ່ນ​ບ້ານ. ​ບັນດາປ່ຽງ ຈ໊າ “ເກ໋ວ” ສົ່ງ​ລົດຊາດ ຫອມທີ່ເປັນເອກະລັກ ແລະ ບັນດາຕ່ອນຢໍ່ ຫາກໍ່​ຕົ້ມສຸກ​ ຍັງ ທີ່​ຮ້ອນ​ ເປັນຜະລິດຕະພັນພິເສດ ເປັນເຄື່ອງສັງຄະທານທີ່ ພິເສດຂອງ ທ້ອງຖິ່ນ ເພື່ອຖະຫວາຍ ຕໍ່​ມະເຫສັກຫຼັກເມືອງ ຂອງບ້ານ.

 

 ຄອບຄົວ​ຂອງ​ທ່ານ ຮ່ວາງ​ບ໋າເຮີບ ຍັງ​ຄົງ​ຮັກສາ​ວິທີ​ຕຳ​ຢໍ່​ແບບ​ດັ້ງ​ເດີມ.
  ຊີ້ນ ຫຼັງຈາກຖືກບົດໃຫ້ລະອຽດ ແລ້ວ ຈະຖືກຫໍ່ ດ້ວຍ ໃບກ້ວຍ ກ່ອນຈະນໍາໄປຕົ້ມ. ພາບ: ແທງຢາງ/VNP
  

ຜະລິດຕະພັນ ຢໍ່ຈ໊າ ຊຶ່ງປະຊາຊົນ ເອືອກເລ໊ ນໍາໄປຖະຫວາຍ ບັນພະບຸລຸດ

ໃນ​ໂອກາດ​ບຸນ​ເຕັດ ​ແລະ ​ງານຕ່າງໆ ດ້ວຍໃຈສັດທາ. 

ຈາກຜະລິດຕະພັນເບື້ອງຕົ້ນແມ່ນ ຢໍ່ “ລົ້ວ” ແລະ ຈ໊າ “ເກ໋ວ”, ຕໍ່ມາ ຊາວບ້ານ ເອືອກເລ໊ ໄດ້ຜະລິດ ຢໍ່ ຈ໊າ ອີກຫຼາຍປະເພດເຊັ່ນ: ຢໍ່ງົວ, ຢໍ່​ຂົ້ວ, ຢໍ່ໜັງ, ຈ໊າຈືນ, ສົ້ມໝູ... ກິນແກ້ມກັບ ແບງໄຢ່-ແບງຈຶງ (ເຂົ້າ ໜົມ ປຽກປູນ-ເຂົ້າຕົ້ມ). ອາ​ຫານ ​ທຸກ​ປະ​ເພດ​ລ້ວນ​ແຕ່​ແຊບ​ນົວ ແລະ ຍັງ​ເປັນ​ທີ່​ດຶງ​ດູດ​ ຂອງ​ຕະ​ຫຼາດ ​ຫວຽດ​ນາມ, ນັກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍ​ຄົນ​ທີ່​ມາ ​ຫວຽດ​ນາມ ກໍ່​ມັກ​​ອາ​ຫານ​ເຍື່ອງ​ນີ້ ແລະ ຊອກຫາເພື່ອຊີມ ລົດຊາດ.
ທ່ານ ຮວ່າງບ໋າເຮີບ, ຊາວບ້ານ ເອືອກເລ໊ ໄດ້ແບ່ງປັນວ່າ ຄອບຄົວ ຂອງ ເພິ່ນຈະຕື່ນແຕ່ 3 ໂມງເຊົ້າ ເພື່ອຕຳຊີ້ນ ເຮັດຢໍ່, ເຮັດຈ໊າ ແລະ ນຳໄປຂາຍຢູ່ຕະຫຼາດແຕ່ເຊົ້າໆ. ພາຍຫຼັງລູກຫຼານ ຂອງ ເພິ່ນສືບທອດ ອາຊີບນີ້ ໄດ້ລົງທຶນ ຊື້ ຈັກບົດຊີ້ນ ຫຼາຍໜ່ວຍ ເພື່ອການເຮັດ ຢໍ່ຈ໊າ ແລ້ວເປີດໂຮງງານ ຜະລິດ. ​ໃນ​ໂອກາດ​ບຸນປີ​ໃໝ່​ ປະຈຳ​ຊາດ, ຄອບ ຄົວ​ເພິ່ນ​ເຮັດ ຢໍ່ ຈ໊າ ນັບຫຼາຍຮ້ອຍກິໂລ ເພື່ອສະໜອງ​ໃຫ້​ຕະຫຼາດ.
​ເຖິງ​ວ່າ ​ມີ​ເຄື່ອງ​ຈັກ​ ຊ່ວຍໃນ​ການ​ເຮັດ ​ຢໍ່ຈ໊າ ກໍ່ຕາມ, ​ແຕ່​ຊາວບ້ານ​ ເອືອກເລ໊ ຍັງ​ຄົງ​ຮັກສາສູດ, ​ເຄັດລັບ ທີ່ໄດ້ຮັບການສືບທອດ ຜ່ານຫຼາຍ ເຊ່ັນຄົນ, ດັ່ງ​ນັ້ນ ​ລົດ​ຊາດ​ຂອງ ຢໍ່ຈ໊າ ເອືອກເລ໊ ມີພຽງ​ແຕ່​ຊາວ​ບ້ານ ເອືອກເລ໊ ຈຶ່ງເຮັດໄດ້ ແລະ ບໍ່ຄືກັນ ກັບ​ຜະລິດ​ຕະພັນ​ຢໍ່ຈ໊າ ຢູ່ແຫ່ງ ອື່ນໆ.
ປັດຈຸ​ບັນ, ອາຊີບ ​ເຮັດ​ ຢໍ່ຈ໊າ ເອືອກເລ໊ ​ໄດ້​ມີ​ການ​ພັດທະນາ​ຢ່າງ​ຕັ້ງ ໜ້າ, ​ພິເສດ​ແມ່ນ​ຊາວ​ບ້ານ ເອືອກເລ໊ ດ້ວຍ​ເຄັດລັບສະເພາະ​ຂອງ​ຕົນ ​ໄດ້​ພັດທະນາ​ເຄື່ອງ​ໝາຍການຄ້າ ​ຕິດ​ພັນ​ກັບ​ຮີດຄອງ​ປະ​ເພນີ ​ຂອງ​ຄອບຄົວ ​ແລະ ​ໄດ້​ເປີດ​ຮ້ານ​ຂາຍ ຢໍ່ຈ໊າ ຢູ່​ທົ່ວທຸກແຫ່ງ ຂອງ ​ຮ່າ​ໂນ້ຍ ​ແລະ ​ບັນດາແຂວງ, ນະຄອນ ຂອງ ​ຫວຽດນາມ ຊຶ່ງພົ້ນເດັ່ນຄື ຢໍ່ຈ໊າ ເອືອກເລ໊ ຊວນເຮືອງ, ຢໍ່ຈ໊າ ເອືອກເລ໊ ຟຸກລົກຖໍໍ້ລ້ວນ​ແຕ່​ແມ່ນ​ເຄື່ອງ​ໝາຍ​ການ​ຄ້າ​ ໂດຍ​ປະ​ຊາ​ຊົນ​ ໝູ່​ບ້ານ ເອີືອກເລ໊ ສ້າງ​ຂຶ້ນ.


 ຢໍ່ຈ໊າ ເອືອກເລ໊ ຫອມແຊບ ເປັນທີ່ດຶງດູດໃຈຜູ້ຮັບປະທານ. 
 ຢໍ່ຈ໊າ ເອືອກເລ໊ ຖືກ​ຫຸ້ມ​ຫໍ່​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຂົນ​ສົ່ງທາງໄກ ແຕ່ຍັງ​ຄົງ​ຮັກ​ສາ​ລົດ​ຊາດສະເພາະ. 
ລູກ​ຄ້າ​ໄວ້​ວາງ​ໃຈ​ທີ່​ຈະ​ເລືອກ​ເອົາ​ ຢໍ່ຈ໊າ ເອືອກເລ໊ ຂອງ​ໂຮງ ງານຜະລິດ ຊວນເຮືອງ​.
ທ່ານ​ນາງ ຮ່ວາງ​ທິ​ແອວງ, ຜູ້ອຳນວຍການ​ໂຮງງານ​ຜະລິດ​ ຢໍ່ຈ໊າ ເອືອກເລ໊ ຊວນເຮືອງ ​ໃຫ້​ຮູ້​ວ່າ: ຄອບຄົວ ​ຂອງ ​ເພິ່ນ ມີ 3 ຮຸ່ນຄົນ ທຳ ອາຊີບເຮັດ ຢໍ່ຈ໊າ, ຈາກ​ໂຮງງານ​ຜະລິດ​ຂະໜາດ​ນ້ອຍ ໜຶ່ງແຫ່ງ, ​ທ່ານນາງ ແອວງ ​ໄດ້​ພັດທະນາ​ ​ໂຮງງານ​ຜະລິດ​ ຢໍ່ຈ໊າ​ ຂະໜາດ​ໃຫຍ່ ອີກ 2 ແຫ່ງ ​ຢູ່​ ຮ່າ​ໂນ້ຍ. ຈາກ​ນັ້ນ​ກໍ່​ສ້າງ​ຕັ້ງ​ສະຫະກອນ ຢໍ່ຈ໊າ ເອືອກເລ໊ ​ຊວນເຮືອງ, ​​ແຕ່​ລະ​ມື້ ສະຫະກອນ ​ໄດ້​ສະໜອງອອກ​ ສູ່​ຕະຫຼາດ ​ຜະລິດຕະພັນ ຢໍ່ຈ໊າ ກວ່າ 30 ​ຊະນິດທີ່ແຕກຕ່າງກັນ​. ປັດຈຸ​ບັນ, ຢໍ່ຈ໊າ ຊວນເຮືອງ ​ໄດ້ປະກົດຕົວ​ ຢູ່​ຕະຫຼາດມູນເຊື້ອ ແລະ ຮ້ານຄ້າຂາຍຍ່ອຍ​ຫຼາຍ​ແຫ່ງ​ຢູ່ ​ຮ່າ​ໂນ້ຍ ກໍ່​ຄື ​ບັນດາແຂວງ ໃກ້​ຄຽງ.
ໃນ​ພາເຂົ້າ​ ຂອງ​ ຊາວ​ ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນໂອກາດ ງານບຸນ ປະເພນີ ອັນເປັນມູນເຊື້ອ, ຍາມ​ໃດ​ກໍ​ມີ​ລາຍການ​ອາ​ຫານ ຢໍ່ຈ໊າ. ຊາວ​ບ້ານ ເອືອກເລ໊ ມີຄວາມ​ພາກພູມ​ໃຈ ​ທີ່​ໄດ້​ດຳລົງ​ຊີວິດ​ດ້ວຍ​ອາຊີບນີ້ ແລະ ​ໄດ້​ສ້າງ​ເຄື່ອງ​ໝາຍ​ການຄ້າ ຢໍ່ຈ໊າ ເອືອກເລ໊, ປະກອບສ່ວນ​ສ້າງ​ສີສັນ​ວັດທະນະທຳ ​ແລະ ລົດຊາດມູນເຊື້ອ ຂອງອາຫານ ຫວຽດນາມ.

top