ຂ່າວສານ

ຢ້ຽມຢາມ,ອວຍພອນປີໃໝ່ພະນັກງານ, ນັກຮົບເຮືອນຮ້ານ DK1 ແລະ ເມືອງ ໂກນດ໋າວ

      ຄາດວ່າຈະດຳເນີນການປະຕິບັດງານແຕ່ 12 ຫາ 15 ວັນ, ກ່ຳປັ່ນ 2 ລຳຂອງກອງບັນຊາການທະຫານເຮືອ ເຂດ 2 ເລີ່ມເດີນທາງຈາກນະຄອນ ຫວູງເຕົ່າ ໄປຕາມ 2 ເສັ້ນທາງເພື່ອຢ້ຽມຢາມບັນດາພະນັກງານ

ພາບປະກອບ
      ຕອນຄ່ຳວັນທີ 21 ມັງກອນ, ຢູ່ນະຄອນ ຫວູງເຕົ່າ, ຄະນະປະຕິບັດງານລວມມີ ບັນດາຜູ້ແທນຂອງກອງບັນຊາການທະຫານເຮືອເຂດ 2, ນັກຂ່າວ, ສະຖານີໂທລະພາບ, ວິທະຍຸສູນກາງ ແລະ ທ້ອງຖິ່ນ ໄດ້ເລີ່ມຕົ້ນການປະຕິບັດງານໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນປີໃໝ່ພະນັກງານ, ນັກຮົບ ເຮືອນຮ້ານ DK1 ເນື່ອງໂອກາດບຸນປີໃໝ່ປີຈໍ 2018. ຄາດວ່າຈະດຳເນີນການປະຕິບັດງານແຕ່ 12 ຫາ 15 ວັນ, ກ່ຳປັ່ນ 2 ລຳຂອງກອງບັນຊາການທະຫານເຮືອ ເຂດ 2 ເລີ່ມເດີນທາງຈາກນະຄອນ ຫວູງເຕົ່າ ໄປຕາມ 2 ເສັ້ນທາງເພື່ອຢ້ຽມຢາມບັນດາພະນັກງານ, ນັບຮົບຢູ່ເຮືອນຮ້ານ DK1 ແລະ ພະນັກງານ, ນັກຮົບສະຖານີ Radar 590 ກົນດ໋າວ. ເຂົ້າຮ່ວມເດີນທາງໃນກ່ຳປັ່ນໄປເຮືອນຮ້ານ DK1, ພົນທະຫານຊັ້ນໜຶ່ງ ຫງວຽນກວກດາດ, ກອງພັນ DK1 – 12, ໃຫ້ຮູ້ວ່າ:
        ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ໄປຕ້ອນຮັບບຸນເຕັດຢູ່ ເຮືອນຮ້ານ DK1, ຂ້າພະເຈົ້າຮູ້ສຶກເບີກບານມ່ວນຊື່ນທ່ີສຸດ, ທັງໄດ້ຕ້ອນຮັບບຸນເຕັດທັງຮ່ວມກັບເພື່ອນຮ່ວມກົມກອງ ແຕ່ ກຳແໜ້ນມືປືນປົກປັກຮັກສາອະທິປະໄຕໄວ້ຢ່າງໝັ້ນຄົງ. ຂ້າພະເຈົ້າຢາກເວົ້າກັບພໍ່ແມ່ຈົ່ງອຸ່ນອ່ຽນໃຈຍ້ອນເຮົາໄປປະຕິບັດງານຢູ່ເຮືອນຮ້ານກໍ່ມ່ວນ ແລະ ຍັງມີສຸຂະພາບແຂງແຮງຢູ່. ຂ້າພະເຈົ້າກໍ່ຢາກເວົ້າກັບພໍ່ແມ່ປະຊາຊົນຢູ່ເຂດດິນຕໍ່ແຜ່ນວ່າ ຈົ່ງອຸ່ນອ່ຽນໃຈຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ, ເພາະພວກຂ້າພະເຈົ້າຢູ່ທີ່ນີ້ຈະພະຍາຍາມຮັກສາອະທິປະໄຕ ທະເລ, ໝູ່ເກາະຂອງປະເທດຊາດ.
 (ແຫຼ່ງຄັດຈາກ VOV)

top