ຂ່າວສານ

ຢ້ຽມຢາມບ້ານເກີດຂອງປະທານ ໂຮ່ຈີມິນ ໃນຍາມເດືອນ ພຶດສະພາ

      ເງະອານ ເຊິ່ງແມ່ນແຂວງຢູ່ພາກກາງຫວຽດນາມ ທີ່ເຕັມໄປດ້ວຍແດດຮ້ອນເອົ້າ ແລະ ລົມແຮງ ທັງເປັນດິນແດນທີ່ສັກສິດ ໃຫ້ກຳເນີດບັນດານັກວິລະຊົນ, ບູລຸດຜູ້ທີ່ມີຊື່ສຽງ ໃນນັ້ນມີທ່ານປະທານ ໂຮ່ຈີມິນ. ເມືອງ ນາມດ່ານ ເຊິ່ງແມ່ນບ້ານເກີດຂອງປະທານ ໂຮ່ຈີມິນ ແມ່ນແຫ່ງເກັບຮັກສາບັນດາວັດຖຸພັນ ເອກະສານ ວັດທະນະທຳ ປະຫວັດສາດ ໃນຄາວເຍົາໄວຂອງປະທານ ໂຮ່ຈີມິນ

ໃນຍາມເດືອນ 5 ແຂກທ່ອງທ່ຽວຫຼາຍຄົນໄດ້ພາກັນໄປບ້ານແຊນ ຢ້ຽມຢາມບ້ານເກີດຂອງປະທານໂຮ່ຈິມິນ
      ໂດຍຫ່າງຈາກ ນະຄອນວິງ ແຂວງ ເງະອານ ປະມານ 15 ກິໂລເມັດ ແມ່ນເຂດປູຊະນີຍະສະຖານ ກີມລຽນ ນອນຢູ່ສອງຕາແສງ ກີມລຽນ ແລະ  ນາມຢາງ ເມືອງ ນາມດ່ານ. ເຂດປູຊະນີຍະສະຖານແຫ່ງນີ້ ມີເນື້ອທີ່ກວ້າງ 205 ກວ່າເຮັກຕາ ດ້ວຍບັນດາປູຊະນີຍະສະຖານ, ກຸ່ມປູຊະນີຍະສະຖານ. ໃນນັ້ນ ພົ້ນເດັ່ນຂຶ້ນ ແມ່ນກຸ່ມປູຊະນີຍະສະຖານ ຮວ່າງຈູ່ ເຊິ່ງແມ່ນບ້ານເກີດທາງແມ່ຂອງປະທານ ໂຮ່ຈີມິນ, ກຸ່ມປູຊະນີຍະສະຖານບ້ານ ແຊນ ເຊິ່ງແມ່ນບ້ານເກີດທາງພໍ່ຂອງປະທານ ໂຮ່ຈີມິນ ແລະ ເຂດສຸສານແມ່ຕູ້ ຮວ່າງທິລວານ - ຜູ້ເປັນແມ່ຂອງປະທານ ໂຮ່ຈີມິນ. ບ້ານ ຮວ່າງຈູ່ ເຊິ່ງແມ່ນບ້ານເກີດທາງແມ່ຂອງປະທານ ໂຮ່ຈີມິນ, ປັດຈຸບັນແມ່ນກຸ່ມປູຊະນີຍະສະຖານ ຮວ່າງຈູ່ ມີເນື້ອທີ່ປະມານ 3.500 ຕາແມັດ ລວມມີຫໍບູຊາວົງຕະກຸນ ຮວ່າງຊວັນ, ເຮືອນຂອງພໍ່ຕູ້ ຮວ່າງເດື່ອງ ເຊິ່ງແມ່ນພໍ່ຕາຂອງປະທານ ໂຮ່ຈີມິນ, ເຮືອນຂອງພໍ່ຕູ້ ຫງວຽນຊິງສັກ ແລະ ແມ່ຕູ້ ຮວ່າງທິລວານ ເຊິ່ງແມ່ນພໍ່ ແລະ ແມ່ຂອງປະທານ ໂຮ່ຈີມິນຂອງປະທານ ໂຮ່ຈີມິນ. ເຮືອນຫຼັງນ້ອຍມຸງຫຍ້າ ປະກອບດ້ວຍສາມຫ້ອງ , ຢູ່ເຂດດິນສວນຂອງພໍ່ຕາແມ່ຍາຍ ກໍ່ແມ່ນບ່ອນທີ່ປະທານ ໂຮ່ຈີມິນ ໄດ້ກຳເນີດ ແລະ ໃຫຍ່ຂຶ້ນ ຢູ່ທີ່ນີ້ຈົນຮອດຄາວອາຍຸ 5 ປີ, ຢູ່ທີ່ເຮືອນຫຼັງນີ້, ພໍ່ຕູ້ ຮວ່າງເດື່ອງ ເຄີຍມານີ້ໂອ້ລົມກັບພໍ່ຕູ້ ຫງວຽນຊິງສັກ ກ່ຽວກັບວັນນະຄະດີ, ອັກສອນສາດ. ພິເສດຢູ່ຫ້ອງທີສາມ ກໍ່ມີກີ່ຕ່ຳຫູກເຊິ່ງເມື່ອກ່ອນນີ້ ແມ່ຕູ້ ຮວ່າງທິລວານ ເຄີຍນັ່ງຕ່ຳແພໄໝ ເພື່ອຫາເງິນລ້ຽງຄອບຄົວ. ຢູ່ເຮືອນຫຼັງນີ້ ຍັງເກັບຮັກສາອູ່ ເຊິ່ງໃນຄາວຍັງນ້ອຍ ທ່ານປະທານ ໂຮ່ຈີມິນ ເຄີຍນອນຟັງສຽງກ່ອມຂອງແມ່ ແລະ ຟັງເລົ່າເລື່ອງນິທານຂອງແມ່ຍາຍ. ຫ່າງຈາກບ້ານ ຮວ່າງຈູ່ ປະມານ 2 ກິໂລແມັດ ກໍ່ແມ່ນບ້ານ ແຊນ ເຊິ່ງແມ່ນແຫ່ງມີຄວາມຜູກພັນກັບຄາວເຍົາໄວ ຂອງປະທານ ໂຮ່ຈີມິນ. ບັນດາຮູບພາບເມື່ອກ່ອນນີ້ຂອງບ້ານ ແຊນ ຍັງຄົງໄດ້ຮັບການຮັກສາໄວ້ຈົນຮອດປັດຈຸບັນ. ພິເສດເຮືອນມຸງຫຍ້າປະກອບດ້ວຍ 5 ຫ້ອງທີ່ລຽບງ່າຍ ຢູ່ໃຕ້ຮົ່ມເຢັນຂອງແຖວກົກໄມ້ໄຜ່ ຂອງຄອບຄົວພໍ່ຕູ້ ຫງວຽນຊິງສັກ ເຊິ່ງແມ່ນພໍ່ຂອງປະທານ ໂຮ່ຈີມິນ. ເຮືອນຫຼັງນີ້ມີຄວາມຜູກພັນກັບປະທານ ໂຮ່ຈີມິນ ໃນໄລຍະ 1901 – 1906 ພາຍຫຼັງທີ່ພໍ່ຕູ້ ຫງວຽນຊິງສັກ ເສັງໄດ້ລະດັບປະລິນຍາໂທ ແລ້ວກໍ່ພ້ອມກັບພວກລູກອອກຈາກບ້ານ ຮວ່າງຈູ່ ມານີ້ດຳລົງຊີວິດ. ລຸງ ຮຸຍຮວ່າງ ຢູ່ນະຄອນ ເຊີນລາ ແບ່ງປັນວ່າ:
      “ນີ້ແມ່ນຄັ້ງທີສອງ ທີ່ຂ້າພະເຈົ້າໄດ້ໄປຢ້ຽມຊົມເຂດປູຊະນີຍະສະຖານ ກີມລຽນ ແລະ ຢ້ຽມຢາມເຮືອນຂອງປະທານ ໂຮ່ຈີມິນ. ຂ້າພະເຈົ້າພ້ອມດ້ວຍຄອບຄົວ ມີຄວາມຕື້ນຕັນໃຈທີ່ສຸດ. ມາຢ້ຽມຢາມບ້ານເກີດຂອງເພິ່ນ ແມ່ນບໍ່ພຽງແຕ່ສາມາດເຂົ້າໃຈຫຼາຍກວ່າ ກ່ຽວກັບຊີວິດ, ພາລະກິດ, ນ້ຳໃຈປະຕິວັດຂອງປະທານ ໂຮ່ຈີມິນ ເທົ່ານັ້ນ, ພວກຂ້າພະເຈົ້າຍັງເຂົ້າໃຈຫຼາຍກວ່າ ກ່ຽວກັບຊີວິດ ແບບ ລຽບງ່າຍຂອງບຸກຄົນ ທີ່ເປັນຜູ້ນຳຂອງຊາດ ຫວຽດນາມ ແລະ ຂອງໂລກ”.
       ໃນທຸກວັນນີ້ ເຂດປູຊະນີຍະສະຖານ ກິມລຽນ ບໍ່ພຽງແຕ່ແມ່ນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນຂອງ ເງະອານ ເທົ່ານັ້ນ ຫາກແມ່ນສະຖານທີ່ແດງ ຂອງແຂກທ່ອງທ່ຽວທັງຫຼາຍ ເມື່ອມາຢ້ຽມຢາມດິນແດນແຫ່ງນີ້. ຢູ່ແຫ່ງນີ້ໄດ້ຊ່ວຍແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າໃຈຫຼາຍກວ່າ ກ່ຽວກັບຊີວິດ ພາລະກິດ ນ້ຳໃຈປະຕິວັດຂອງປະທານ ໂຮ່ຈີມິນ. ນາງ ຫງວຽນທິແທັງຖຸ໋ຍ ມາຈາກແຂວງ ເງະອານ ແບ່ງປັນວ່າ:
        “ໃນເດືອນ ພຶດສະພາ ກໍ່ມີເຫດການໜຶ່ງ ນັ້ນແມ່ນວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄືວັນທີ 19 ພຶດສະພາ, ມີແຂກທ່ອງທ່ຽວຫຼາຍຄົນ ທີ່ມາຈາກບັນດາທ້ອງຖິ່ນ ແລະ ແຂກທ່ອງທ່ຽວສາກົນ ໄດ້ມາຢ້ຽມຊົມເຂດປູຊະນີຍະສະຖານ ກີມລຽນ ເພື່ອຢ້ຽມຢາມບ່ອນທີ່ເພິ່ນໄດ້ກຳເນີດ ແລະ ໃຫຍ່ຂຶ້ນ ກໍ່ຄືເປັນການສະແດງຄວາມຮູ້ບຸນຄຸນຕໍ່ເພິ່ນ. ໂດຍແມ່ນຜູ້ໜຶ່ງ ທີ່ໄດ້ເກີດຂຶ້ນຢູ່ບ້ານເກີດຂອງປະທານ ໂຮ່ຈີມິນ,  ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ເມື່ອໄດ້ສືບທອດນ້ຳໃຈຮັກຊາດ ແລະ ແບບຢ່າງຂອງເພິ່ນ ເພື່ອສ້າງສາບ້ານເກີດເມືອງນອນ,ປະເທດຊາດ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ”.
      ບົນເສັ້ນທາງກັບຄືນສູ່ຄາວເຍົາໄວ ຂອງປະທານ ໂຮ່ຈີມິນ, ບັນດາສະດອກບົວ ພວມພາກັນບານສະພັ່ງເອ້ຄວາມງາມ ສົ່ງກິ່ນຫອມຫວນໄປທົ່ວ, ມັນລຽບງ່າຍ ແຕ່ມີຄວາມສູງສົ່ງ ປຽບເໝືອນຄວາມງາມໃນຈິດວິນຍານຂອງບຸກຄົນ ເຊິ່ງແມ່ນຜູ້ນຳທີ່ຍິ່ງໃຫຍ່ຂອງຊາດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

top