ນອນແນບຂ້າງຮ່ອມພູຫີນປູນໃຫຍ່ມະໂຫຖານຂອງເຂດ ພື້ນທີ່ດິນນຳ້ຖ້ວມ ເວີນລອງ ທີ່ຂຶ້ນກັບຕາແສງ ຢາເວີນ, ເມືອງຢາວຽນ (ນິງບິ່ງ), ເຂດພັກຜ່ອນຊັ້ນສູງ Emeralda ໄດ້ຖືເປັນໝູ່ບ້ານນອກແຫ່ງໜຶ່ງ ຂອງເຂດພາກເໜືອ, ທີ່ເປັນສະຖານທີ່ສີຂຽວງາມກວ້າງຂວາງ ໃນເນື້ອທີ່ 16 ເຮັກຕາ, ມີຈຳນວນ 172 ຫ້ອງນອນທີ່ຫລູຫລາ ແລະ ເຕັມໄປດ້ວຍລັກສະນະສະເພາະສະຖາປັດຕະຍະກຳຂອງ ຫວຽດນາມໃນສະໄໝກ່ອນ. ພາບ: ເຕິດເຊີນ
ຈຸດເດັ່ນຂອງເຂດພັກຜ່ອນ Emeralda ນິງບິ່ງ ແມ່ນທິວທັດຊົນນະບົດຂອງພາກເໜືອ
ໃນສະໄໝກ່ອນໄດ້ປະກົດຕົວຄືນໃໝ່ຢ່າງສົມບຸນແບບມີ ໜອງດອກບົວ, ມີບໍ່ນຳ້ສ້າງ, ເດີ່ນສາລາບ້ານ,
ຫຼັງຄາມຸງດິນຂໍສີແດງ, ປ່ອງຢ້ຽມເຮັດດ້ວຍໄມ້... ທີ່ບົ່ງບອກເຖິງທັດສະນີຍະພາບເກົ່າແກ່,
ເຕັມໄປດ້ວຍຄວາມປາມປື້ມ. ພາບ: ເອກະສານຂອງ Emeralda ນິງບິ່ງ
ເຂດພັກຜ່ອນມີຫ້ອງນອນທັງໝົດ 172 ຫ້ອງທີ່ໄດ້ຮັບການຕົບແຕ່ງຕາມສະຖາປັດຕະຍະກຳຂອງຫວຽດນາມ,
ອຸປະກອນເຄືຶ່ອງໃຊ້ໃນລະດັບມາດຕະຖານສາກົນ 5 ດາວ ແລະ ເປັນບ່ອນພັກຜ່ອນຂອງ
ຄະນະຖ່າຍທຳໜັງ “Kong: Skull island” ໃນເວລາຢູ່ ນິງບິ່ງ. ພາບ: ເອກະສານຂອງ Emeralda ນິງບິ່ງ
ລາຍການທ່ອງທ່ຽວເຂດອະນຸລັກຮັກສາເຂດພື້ນທີ່ດິນນຳ້ຖ້ວມ ເວີນລອງ ດ້ວຍເຮືອສະເພົາ
ໂດຍເຂດພັກຜ່ອນ Emeralda ນິງບິ່ງ ຈັດຂຶ້ນ. ພາບ: ເອກະສານຂອງ Emeralda ນິງບິ່ງ |