ຂ່າວສານ

ຢູ​ແກຼນ ​ຖະ​ແຫຼງ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ ລັດ​ເຊຍ​ ​ບໍ່​ວ່າໃນ​ຮູບ​ແບບ​ໃດ

ທ່ານ Sybiha ກໍ່ຢ້ຳຄືນຄຳຮຽກຮ້ອງຂອງ Kiev ກ່ຽວກັບການພົບປະລະຫວ່າງການນຳລັດເຊຍ ແລະ ຢູແກຼນ, ທ່ານເນັ້ນໜັກວ່ານີ້ແມ່ນບາດກ້າວທີ່ມີປະສິດທິຜົນທີ່ສຸດເພື່ອບັນລຸໄດ້ຄຳສັ່ງຢຸດຍິງ.
ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Andrii Sybiha (ພາບ: REUTERS/Kuba Stezycki)
ກ່າວຄຳເຫັນໃນການຢ້ຽມຢາມ Lublin, ໂປໂລຍ ໃນວັນທີ 16 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Andrii Sybiha ໄດ້ຖະແຫຼງວ່າ Kiev ພ້ອມແລ້ວທີ່ຈະດຳເນີນບັນດາການເຈລະຈາສັນຕິພາບ ກັບມົດສະກູຕື່ມອີກ. ທ່ານ Sybiha ກໍ່ຢ້ຳຄືນຄຳຮຽກຮ້ອງຂອງ Kiev ກ່ຽວກັບການພົບປະລະຫວ່າງການນຳລັດເຊຍ ແລະ ຢູແກຼນ, ທ່ານເນັ້ນໜັກວ່ານີ້ແມ່ນບາດກ້າວທີ່ມີປະສິດທິຜົນທີ່ສຸດເພື່ອບັນລຸໄດ້ຄຳສັ່ງຢຸດຍິງ. ທ່ານຢັ້ງຢືນວ່າ ຢູແກຼນ ມີຄວາມພ້ອມໃຫ້ແກ່ບັນດາການເຈລະຈາດັ່ງກ່າວ ໃນບໍ່ວ່າຮູບແບບໃດ, ບໍ່ວ່າສະຖານທີ່ໃດ. ປັດຈຸບັນ ລັດເຊຍຍັງບໍ່ມີປະຕິກິລິຍາທາງການໃດຕໍ່ຖະແຫຼງການຫຼ້າສຸດຂອງທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ ແຕ່ວ່າ ໃນການກ່າວຄຳເຫັນໃນວັນທີ 15 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Ryabkov ເນັ້ນໜັກວ່າ ລັດເຊຍ ສະໜັບສະໜູນມາດຕະການທາງການທູດໃຫ້ແກ່ການປະທະກັນຢູ່ ຢູແກຼນ ແລະ ພ້ອມແລ້ວທີ່ຈະເຈລະຈາ, ແຕ່ດ້ວຍເງື່ອນໄຂລັດເຊຍຕ້ອງບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ.

top