ກໍໃນວັນທີ 23 ຕຸລາ, ທ່ານ Dmitry Peskov ໂຄສົກວັງ Kremlin ແຈ້ງວ່າ ການເຈລະຈາສາມຝ່າຍລະຫວ່າງ ລັດເຊຍ, ຢູແກຼນ ແລະ ອາເມລິກາ ຈະເຊື່ອມຕໍ່ຄືນໃໝ່ຢູ່ Abu Dhabi ໃນຕົ້ນເດືອນ ພະຈິກ.
ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ (ພາບ: Kyodo/VNA)
ວັນທີ 23 ຕຸລາ, ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໄດ້ຢັ້ງຢືນວ່າບັນດານັກເຈລະຈາສັນຕິພາບມາຈາກ ຢູແກຼນ, ລັດເຊຍ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບຈັດກອງປະຊຸມດ້ານເຕັກນິກໃນຕົ້ນເດືອນພະຈິກ ຢູ່ Abu Dhabi (ສະຫະລັດ ອາຣັບ ເອມີເລດ - UAE), ພ້ອມທັງສະແດງຄວາມຫວັງວ່າ ຫຼັງຈາກນັ້ນ ຈະດຳເນີນການພົບປະລະຫວ່າງທ່ານ ກັບຄູ່ຮ່ວມຕຳແໜ່ງສອງທ່ານ ແມ່ນທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ.
ກໍໃນວັນທີ 23 ຕຸລາ, ທ່ານ Dmitry Peskov ໂຄສົກວັງ Kremlin ແຈ້ງວ່າ ການເຈລະຈາສາມຝ່າຍລະຫວ່າງ ລັດເຊຍ, ຢູແກຼນ ແລະ ອາເມລິກາ ຈະເຊື່ອມຕໍ່ຄືນໃໝ່ຢູ່ Abu Dhabi ໃນຕົ້ນເດືອນ ພະຈິກ. ຕາມທ່ານ, ການເຈລະຈາຈະສຸມໃສ່ເຂົ້າບັນຫາຄວາມໝັ້ນຄົງໃຫ້ແກ່ທັງລັດເຊຍ ແລະ ຢູແກຼນ. ຜູ້ຕາງໜ້າ ວັງ Kremlin ຢັ້ງຢືນວ່າ ມາດຕະການຢ່າງຮອບດ້ານ ໃຫ້ແກ່ວິກິດການ ຢູແກຼນ ຈະບໍ່ສາມາດບັນລຸໄດ້ ຖ້າບໍ່ມີການປຶກສາຫາລືກ່ຽວກັບບັນດາບັນຫາຄວາມໝັ້ນຄົງຂອງທັງລັດເຊຍ ແລະ ຢູແກຼນ.