ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຖະແຫຼງເປັນຄັ້ງທຳອິດວ່າ ປະເທດນີ້ ອາດຈະມອບໂອນດິນຊົ່ວຄາວເພື່ອແລກເອົາການປົກປ້ອງຈາກອົງການສົນທິສັນຍາອັດລັງຕິກເໜືອ (NATO)”.
ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ກ່າວຄຳເຫັນທີ່ກອງປະຊຸມ (ພາບ: AFP/TTXVN)
ວັນທີ 29 ພະຈິກ, ທ່ານປະທານາທິບໍດີ Volodymy Zelensky ໄດ້ຍົກອອກຖະແຫຼງການຄັ້ງທຳອິດວ່າ ຢູແກຼນ ພ້ອມແລ້ວທີ່ຈະມອບໂອນດິນຊົ່ວຄາວໃຫ້ ລັດເຊຍ ເພື່ອຢຸດຕິສົງຄາມ. ທ່ານປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ພາຍຫຼັງຄຳສັ່ງຢຸດຍິງໄດ້ຮັບການຕົກລົງເຫັນດີ, Kiev ອາດຈະເຈລະຈາ “ທາງການທູດ” ກັບ ລັດເຊຍ ເພື່ອໄດ້ຮັບເອົາຄືນດິນແດນຢູ່ທາງທິດຕາເວັນອອກ ເຊິ່ງພວມຖືກ ລັດເຊຍ ຄວບຄຸມ.
ຖະແຫຼງການສະບັບຫຼ້າສຸດຂອງທ່ານປະທານາທິບໍດີ ຢູແກູນ ສະແດງໃຫ້ເຫັນວ່າ ຫຼັກໝັ້ນຂອງ ຢູແກຼນ ມີການປ່ຽນແປງຫຼາຍພໍສົມຄວນ.