ຂ່າວສານ

ຢູ່ ຫວຽດ​ນາມ ມີ 3 ທ້ອງ​ຖິ່ນ​ດຳ​ເນີນ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ 19 ໃຫ້​ແກ່​ເດັກ​ມີ​ອາ​ຍຸ​ແຕ່ 5 ຫາ ​ຕ່ຳ​ກ່​ວາ 12 ປີ ​

ໄລ່ມາຮອດປັດຈຸບັນ ມີ 3 ທ້ອງຖິ່ນດຳເນີນການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ເດັກແຕ່ 5 ຫາ 12 ປີ, ນັ້ນແມ່ນ ກວ໋າງນິງ, ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ. ນັບແຕ່ວັນທີ 18 ເມສາ, ບັນດາແຂວງ, ນະຄອນອື່ນ ກໍຈະດຳເນີນການສັກວັກຊິນໃຫ້ແກ່ເດັກໃນເກັ່ນອາຍຸດັ່ງກ່າວເຊັ່ນດຽວກັນ.

(ພາບປະກອບ: TTXVN)

ວັນທີ 17 ເມສາ, ຂະແໜງສາທາລະນະສຸກ ຮ່າໂນ້ຍ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃນໄວເດັກທີ່ມີອາຍຸແຕ່ 5 ຫາ ຕ່ຳກ່ວາ12 ປີ. ກ່ອນໜ້ານັ້ນ, ວັນທີ 16 ເມສາ, ມີ 3 ເມືອງທຳອິດໄດ້ຜັນຂະຫຍາຍການສັກວັກຊິນນັ້ນແມ່ນ ເມືອງ ຮ່າດົງ, ເມືອງຝູຊວຽນ ແລະ ເມືອງ ຊອັກເຊີນ. ຮ່າໂນ້ຍ ໄດ້ຮັບວັກຊິນ Moderna 72.700 ໂດສ ຈາກສະຖາບັນອະນາໄມລະບາດວິທະຍາສູນກາງ ເພື່ອຈັດແບ່ງໃຫ້ເມືອງ, ເທດສະບານເມືອງໃນບໍລິເວນ. ຕາມແຜນການແລ້ວ, ເດັກນ້ອຍທີ່ມີອາຍຸແຕ່ 5 – 12 ປີ ຢູ່ຮ່າໂນ້ຍ ມີປະມານ ກວ່າ 1 ລ້ານຄົນ. ຄາດວ່າ ບັ້ນສັກວັກຊິນຄັ້ງນີ້ ຈະດຳເນີນໃນເວລາປະມານ 10 ວັນ.

ເປັນອັນວ່າ ໄລ່ມາຮອດປັດຈຸບັນ ມີ 3 ທ້ອງຖິ່ນດຳເນີນການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ເດັກແຕ່ 5 ຫາ 12 ປີ, ນັ້ນແມ່ນ ກວ໋າງນິງ, ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ. ນັບແຕ່ວັນທີ 18 ເມສາ, ບັນດາແຂວງ, ນະຄອນອື່ນ ກໍຈະດຳເນີນການສັກວັກຊິນໃຫ້ແກ່ເດັກໃນເກັ່ນອາຍຸດັ່ງກ່າວເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

top