ຂ່າວສານ

ຢູແກຼນ ຢັ້ງຢືນການເຈລະຈາທາງໄກກັບ ລັດເຊຍ

ທ່ານ Mykhailo Podoliak, ທີ່ປຶກສາຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ ການເຈລະຈາທາງໄກລະຫວ່າງຄະນະຜູ້ແທນ ຂອງ Kiev ແລະ ມົດສະກູ ໄດ້ດຳເນີນໃນວັນທີ 14 ມີນາ.
  ທ່ານ Mykhailo Podoliak, ທີ່ປຶກສາຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: OP)   

ວັນທີ 13 ມີນາ ຕາມເວລາທ້ອງຖິ່ນ, ທ່ານ Mykhailo Podoliak, ທີ່ປຶກສາຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ ການເຈລະຈາທາງໄກລະຫວ່າງຄະນະຜູ້ແທນ ຂອງ Kiev ແລະ ມົດສະກູ ໄດ້ດຳເນີນໃນວັນທີ 14 ມີນາ. ກ່ອນໜ້ານັ້ນ, ໂຄສົກວັງ Kremlin, ທ່ານ Dmitry Peskov ໃຫ້ຮູ້ວ່າ ການເຈລະຈາລະຫວ່າງ ລັດເຊຍ ແລະ ຢູແກຼນ ໄດ້ເຊື່ອມຕໍ່ຄືນໃນວັນທີ 14 ມີນາ ດ້ວຍຮູບການທາງໄກ.

ໃນຂະນະນັ້ນ, ສະມາຊິກຄະນະເຈລະຈາຝ່າຍ ຢູແກຼນ, ທ່ານ Mykhailo Podolyak ໃຫ້ຮູ້ວ່າ Kiev ແລະ ມົດສະກູ ພວມປຶກສາຫາລືຂໍ້ສະເໜີຫຼາຍຂໍ້, ໃນນັ້ນ ມີທັງຂໍ້ສະເໜີທີ່ກ່ຽວຂ້ອງເຖິງບັນຫາການເມືອງ ແລະ ການທະຫານ, ລະອຽດແມ່ນເງື່ອນໄຂຕ່າງໆເພື່ອຢຸດຍິງ ແລະ ເພື່ອໃຫ້ ລັດເຊຍ ຖອນກຳລັງທະຫານອອກຈາກ ຢູແກຼນ.



top