ຂ່າວສານ

ຢູແກຼນ ປະກາດວັນເວລາດຳເນີນການເຈລະຈາຮອບທີ 3 ກັບ ຣັດເຊຍ

ທ່ານ David Arakhamia ສະມາຊິກຄະນະເຈລະຈາຂອງຢູແກຼນ ກ່າວວ່າ: ຢູແກຼນ ແລະ ລັດເຊຍ ຈະຈັດການເຈລະຈາຮອບຕໍ່ໄປໃນວັນທີ 7 ມີນານີ້. ໃນແຈ້ງການທີ່ລົງໃນເຟສບຸກ, ທ່ານ David Arakhamia ໃຫ້ຮູ້ວ່າ: "ການເຈລະຈາຮອບທີ 3 ຈະດຳເນີນໄປໃນວັນທີ 7 ມີນາ."

ການເຈລະຈາຮອບທີ 2 ລະຫວ່າງລັດເຊຍ ແລະ ຢູແກຼນ

ວັນທີ 5 ມີນານີ້, ກະຊວງປ້ອງກັນປະເທດລັດເຊຍປະກາດວ່າໄດ້ເຊື່ອມຕໍ່ການບຸກໂຈມຕີຢູ່ ຢູແກຼນ ຄືນໃໝ່ພາຍຫຼັງປະກາດຢຸດຍິງກ່ອນໜ້ານີ້ໃນວັນດຽວກັນເພື່ອໃຫ້ສາມັນຊົນ ຢູ່ສອງນະຄອນ ທີ່ຖືກປິດລ້ອມຄື Mariupol ແລະ Volnovakha ໄດ້ຮັບການຍົກຍ້າຍ. ໂຄສົກກະຊວງປ້ອງກັນປະເທດລັດເຊຍ Igor Konashenkov ໃຫ້ຮູ້ວ່າ, “ຍ້ອນຝ່າຍ ຢູແກຼນ ບໍ່ເຕັມໃຈສົ່ງຜົນສະທ້ອນ ຕໍ່ກຳລັງຊາດນິຍົມ ຫຼື ແກ່ຍາວລະບອບຢຸດຍິງ, ບັນດາການກະທຳບຸກໂຈມຕີໄດ້ເຊື່ອມຕໍ່ຄືນໃໝ່ໃນເວລາ 18 ໂມງຕາມເວລາມົດສກູ (22 ຊົ່ວໂມງຕາມເວລາຫວຽດນາມ). ຕາມທ່ານ Konashennkov ແລ້ວ, ບັນດາກອງທະຫານເດີນຕາມລັດທິຊາດນິຍົມ ຢູ່ ຢູແກຼນ ໄດ້ສວຍໃຊ້ ການຢຸດຍິງເພື່ອເຕົ້າໂຮມກຳລັງ ແລະ ປັບປຸງທີ່ຕັ້ງຄືນໃໝ່.

(ແຫຼ່ງຄັດຈາກ VOV)

top