ຂ່າວສານ

ຢຸດ​ຕິ້ຊົ່ວ​ຄາວເລື​່ອງ​​ສົ່ງ​ຊາວ ​ຫວຽດນາມ ​​ກັບ​ມາຈາກ​ຕ່າງ​ປະ​ເທດ​​ລົງສະ​ໜາມ​ບິນ​ ເຕິນ​ເຊີນ​ຍັດ

ກະຊວງຄົມມະນາຄົມ ແລະ ຂົນສົ່ງຫາກໍມີຈົດໝາຍທາງການສົ່ງເຖິງກົມການບິນ ຫວຽດນາມ ກ່ຽວກັບການຢຸດຕິຊົ່ວຄາວເລິ່ອງພົນລະເມືອງ ຫວຽດນາມ ກັບມາຈາກຕ່າງປະເທດລົງສະໜາມບິນສາກົນ ເຕິນເຊີນຍັດ ແຕ່ ສູນໂມງວັນທີ 25 ມີນາ ຫາ ວັນທີ 31 ມີນາປີ 2020 .

ພະນັກງານສະໜາມບິນເຕິນເຊີນຍັດກວດກາໜ້າຈໍແທກອຸນຫະພູນຮ່າງກາຍສຳລັບແຂກທ່ອງທ່ຽວສາກົນມາຫວຽດນາມ (ພາບ: TTXVN)

ເອກະສານຊີ້ແຈ້ງວ່າ: ຈະສືບຕໍ່ຈຳກັດຢ່າງທັນການ, ຫຼາຍສຸດ ແລະ ໄລຍະຫ່າງເວລາບັນດາຖ້ຽວບິນສົ່ງຜູ້ໂດຍສານຈາກຕ່າງປະເທດເຂົ້າມາ ຫວຽດນາມ, ນັບທັງສຳລັບບໍລິສັດການບິນຕ່າງປະເທດ. ກ່ອນນັ້ນ, ກະຊວງຄົມມະນາຄົມ ແລະ ຂົນສົ່ງໄດ້ຊີ້ນຳກົມການບິນ ຫວຽດນາມ ແຈ້ງ ມາຍັງ ບັນດາບໍລິສັດການບິນທັງໝົດກ່ຽວກັບການສົ່ງບັນດາຜູ້ໂດຍສານເຊິ່ງແມ່ນພົນລະເມືອງ ຫວຽດນາມ ກັບເມືອບ້ານກໍຕ້ອງມີຄຳເຫັນຈາກອົງການການທູດຂອງ ຫວຽດນາມປະຈຳຖິ່ນນັ້ນໆ. ໄລຍະເວລາປະຕິບັດເນື້ອໃນນີ້ເລີ່ມຕົ້ນຈາກ 00ໂມງວັນທີ 23 ມີນາ ປີ 2020 ເປັນຕົ້ນໄປ.
(ແຫຼ່ງຄັດຈາກ VOV)

top