ຂ່າວສານ

ຢຸດຕິບັນດາຖ້ຽວບິນລະຫວ່າງຫວຽດນາມກັບຝລັ່ງ, ມາເລເຊຍໂດຍຊົ່ວຄາວ

      ບໍລິສັດການບິນVietnam Airlines ຢຸດຕິບັນດາຖ້ຽວບິນລະຫວ່າງຫວຽດນາມ ກັບຝລັ່ງ ແລະ ມາເລເຊຍ ໂດຍຊົ່ວຄາວ.

(ພາບປະກອບ: VNA)
      ບໍລິສັດການບິນຈະມີແຈ້ງການສົ່ງເຖິງຜູ້ໂດຍສານກ່ຽວກັບແຜນການປະຕິບັດບັນດາຖ້ຽວບິນເຖິງ 2 ປະເທດນີ້ຄືນໃໝ່ ພາຍຫຼັງມີຂໍ້ຕົກລົງໃໝ່
ລະອຽດແມ່ນ, Vietnam Airlines ໄດ້ຢຸດຕິບັນດາຖ້ຽວບິນລະຫວ່າງຫວຽດນາມ ກັບ ຝລັ່ງ ນັບແຕ່ຄ່ຳຄືນວັນທີ 17 ມີນາ ໂດຍຊົ່ວຄາວ. ບັນດາຖ້ຽວບິນລະຫວ່າງ ຫວຽດນາມ ກັບ ອັງກິດ, ເຢຍລະມັນ ຍັງໄດ້ປະຕິບັດຕາມແຜນການ.
Vietnam Airlines ກໍ່ຢຸດຕິບັນດາຖ້ຽວບິນລະຫວ່າງຫວຽດນາມ ກັບມາເລເຊຍ ນັບແຕ່ວັນທີ 18 ມີນາ ຫາ 31 ມີນາ, ຍ້ອນລັດຖະບານມາເລເຊຍ ປິດປະຕູຊາຍແດນໃນຊ່ວງໄລຍະເວລານີ້.
 (ແຫຼ່ງຄັດຈາກ VOV)
 


top