ເຫດການ ແລະ ບັນຫາ

ຢືນຢັນທີ່ຕັ້ງ, ບົດບາດ ແລະ ຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ

ໃນວັນທີ 3 ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ສິ້ນສຸດການເດີນທາງ ທາງລັດຖະກິດ ເພື່ອເຂົ້າຮ່ວມ ກອງປະຊຸມລັດພາຄີ ຂອງ ສົນທິ ສັນຍາ ສະຫະປະຊາຊາດ (ສປຊ) ວ່າດ້ວຍ ການປ່ຽນແປງ ຂອງ ດິນຟ້າອາກາດ ຄັ້ງທີ 26 (COP26), ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາຊະອານາຈັກ ອັງກິດ ແລະ ເດີີນທາງໄປຢ້ຽມຢາມ ສາທາລະນະລັດ ຝຣັ່ງ ຢ່າງເປັນທາງການ.
ການເດີນທາງປະຕິບັດງານຄັ້ງນີ້ ແນໃສ່ຜັນຂະຫຍາຍແນວທາງການຕ່າງປະເທດ ຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ວ່າດ້ວຍການສືບຕໍ່ຊຸກຍູ້ ແລະ ຍົກສູງປະສິດທິຜົນວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ ແລະ ຄຳສັ່ງ 25 ຂອງຄະນະເລຂາວ່າດ້ວຍ ການຍູ້ແຮງ ແລະ ຍົກສູງ ການຕ່າງປະເທດ ຫຼາຍຝ່າຍຮອດປີ 2030.

ການປະຕິບັດງານ ຂອງ ທ່ານນາຍົກລັດຖະມົນຕີ ຢູ່ ອັງກິດ ໄດ້ປະສົບຜົນສໍາເລັດ ເກີນຄາດໝາຍ

ໃນເວລາ 3 ວັນຢູ່ ລາຊະອານາຈັກ ອັງກິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ມີແຜນການເຮັດວຽກຢ່າງລຽນຕິດ ແລະ ມີປະສິດທິຜົນສູງ ກັບການເຄື່ອນໄຫວສອງຝ່າຍ ແລະ ຫຼາຍຝ່າຍ ນັບ ຫຼາຍສິບຄັ້ງ.

ນອກຈາກເຂົ້າຮ່ວມ ແລະ ກ່າວປາໄສ ທີ່ກອງປະຊຸມ COP 26; ເຂົ້າຮ່ວມ ແລະ ກ່າວປາໄສ ໃນບັນດາເຫດການ ປະກາດ ຂໍ້ລິເລີ່ມ ຂອງ ຄູ່ຮ່ວມມື ທີ່ສຳຄັນຈຳນວນໜຶ່ງ ຢູ່ ນອກກອບ ກອງປະຊຸມ COP 26 ເຊັ່ນ: ການປະກາດ ຄຳໝັ້ນສັນຍາ ຫຼຸດຜ່ອນ ການປ່ອຍ ອາຍພິດ ເມທານ ທົ່ວໂລກ, ການເຄື່ອນໄຫວ ກ່ຽວກັບປ່າໄມ້ ແລະ ການນຳໃຊ້ທີ່ດິນ; ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ອັງກິດ ແລະ ໄອແລນ...

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ກໍໄດ້ມີການສົນທະນາ ຫຼາຍກວ່າ 30 ຄັ້ງ ກັບການນຳບັນດາກຸ່ມເສດຖະກິດ, ມະຫາວິທະຍາໄລ, ອົງການຈັດຕັ້ງແຖວໜ້າຂອງໂລກ ແລະ ລາ ຊະອານາຈັກ ອັງກິດ ເຊັ່ນ: ຜູ້ອຳນວຍການໃຫຍ່ ດ້ານບໍລິຫານ ທະນາຄານໂລກ (WB), ປະທານທະນາຄານ Standard Chartered, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Nike, ຜູ້ນໍາສະພາ ພະລັງງານ ລົມ ທົ່ວໂລກ (GWEC), ຜູ້ອຳນວຍການ ດ້ານບໍລິຫານ Lego, ຜູ້ ນໍາກຸ່ມບໍລິສັດ Roll Royce, ຜູ້ອຳນວຍການໃຫຍ່ດ້ານບໍລິຫານ ບໍລິສັດ AstraZeneca, ຜູ້ນໍາ ຂອງ ມະຫາວິທະຍາໄລ Oxford, Liverpool...



ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມລັດພາຄີ ຂອງ ສົນທິສັນ ຍາ ສປຊ ວ່າດ້ວຍ ການປ່ຽນແປງ ຂອງ ດິນຟ້າອາກາດ COP26 ແລະ ຢ້ຽມຢາມ, ເຮັດວຽກຢູ່ລາຊະອານາຈັກ ອັງກິດ,
ຕອນເຊົ້າວັນທີ 31 ຕຸລາ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Edinburgh, ສະກັອດແລນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ
ໄດ້ ພົບປະກັບທ່ານ Nicola Sturgeon ຂ້າຫຼວງລັດ ສະກັອດແລນ. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເຂົ້າຮ່ວມພິທີເປີດນຳໃຊ້ສາຍການບິນໂດຍກົງ ລະຫວ່າງ ຫວຽດນາມ ແລະ ອັງກິດ. ພາບ: ເຢືອງຢາງ/VNA


ໃນກອບການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ອັງກິດ, ຕອນບ່າຍວັນທີ 31ຕຸລາ, ຢູ່ Edinburgh, ສະກັອດແລນ, ທ່ານນາ ຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ຕ້ອນຮັບ
ອະທິການບໍດີ ມະຫາວິທະຍາໄລ Liverpool ແລະ ມະຫາວິທະຍາໄລ Hume. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເປັນສັກຂີພິຍານ ໃນພິທີມອບເງິນບໍລິຈາກຊ່ວຍເຫຼືອ ຫວຽດນາມ ຕ້ານການລະບາດ ໂຄວິດ-19. ພາບ: ເຢືອງຢາງ/VNA


ຄ່ຳວັນທີ 31 ຕຸລາ 2021 (ຕາມເວລາທ້ອງຖິ່ນ), ຢູ່ Edinburgh, ສະກັອດແລນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເປັນສັກຂີພິຍານ ໃນພິທີມອບບົດບັນທຶກຊ່ວຍຈຳວ່່າດ້ວຍ ການຮ່ວມມື
ລະຫວ່າງ ວິສາຫະກິດ ຫວຽດນາມ ແລະ ວິສາຫະກິດ ລາອາອານາ ຈັກ ອັງກິດ. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ຕ້ອນຮັບທ່ານ Niels B. Christiansen ຜູ້ອຳນວຍການໃຫຍ່ດ້ານບໍລິຫານ ກຸ່ມ ບໍລິສັດ Lego Niels B. Christiansen. ພາບ: ເຢືອງຢາງ/VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກໍເຂົ້າຮ່ວມ ແລະ ເປັນສັກຂີພິຍານໃນພິທີເປີດຕົວ, ລົງນາມ ແລະ ມອບ-ຮັບ ຂໍ້ຕົກລົງວ່າດ້ວຍ ການຮ່ວມມື ເກືອບ 30 ສະບັບ ຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແລະ ວິສາຫະກິດ ພາຍໃນປະເທດ ກັບ ບັນດາກຸ່ມບໍລິສັດ, ວິສາຫະກິດ, ອົງການຈັດຕັ້ງ ຂອງ ລາຊະອານາຈັກ ອັງກິດ ແລະ ສາກົນຄື ຂໍ້ຕົກລົງການຮ່ວມມື ວ່າ ດ້ວຍ ການສ້າງແຜນດຳເນີນງານ ເພື່ອແນໃສ່ ເພີ່ມທະວີການຮ່ວມເຂົ້າກັນ ແລະ ບັນດາສະຖາບັນການສຶກສາມະຫາວິທະຍາ ໄລ ລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ; ຂໍ້ຕົກ ລົງການຮ່ວມມືວ່າດ້ວຍການຖ່າຍທອດເຕັກໂນໂລຊີ ວ່າດ້ວຍການ ຄຸ້ມຄອງທີ່ດິນ ແລະ ການຝຶກອົບຮົມ ບຸກຄະລາກອນທີ່ກ່ຽວຂ້ອງ;

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ທຳການພົບປະສອງຝ່າຍກວ່າ 20 ຄັ້ງ ກັບຜູ້ນໍາບັນດາປະເທດເຊັ່ນ: ອັງກິດ, ສ ອາເມລິກາ, ເຢຍລະມັນ, ຍີ່ປຸ່ນ, ການາດາ, ອົດສະຕຣາລີ, ອິນເດຍ, ສ.ເກົາຫຼີ, ໄທ ແລະ ການນຳບັນດາອົງການຈັດຕັ້ງສາກົນເຊັ່ນ: ທ່ານເລຂາທິການໃຫຍ່ ສປຊ, ປະທານຄະນະກຳມະການ ເອີຣົບ (EC), ຜູ້ອຳ ນວຍການໃຫຍ່ ອົງການພະລັງງານ ປະລະມານູສາກົນ (IAEA)...
ຂໍ້ຕົກລົງສະໜອງເຄື່ອງຈັກ ແລະ ການບໍລິການເຄື່ອງຈັກ ສໍາລັບ ເຮືອບິນລຳຕົວກ້ວາງ ມູນຄ່າ 400 ລ້ານ ໂດລາສະຫະລັດ ລະ ຫວ່າງ ກຸ່ມບໍລິສັດ Vietjet ແລະ Rolls-Royce; ຂໍ້ຕົກລົງຮ່ວມມື ວ່າດ້ວຍ ການພັດທະນາ ລົງທຶນທົດລອງ ແລະ ການຖ່າຍທອດເຕັກໂນໂລຊີ ການຜະລິດຢາປິ່ນປົວ ໂຄວິດ-19 ແລະ ບັນດາພະ ຍາດລະບົບຫາຍໃຈ ລະຫວ່າງກຸ່ມບໍລິສັດ Vingroup ກັບບໍລິສັດ Raphael Labs (ອັງກິດ);

ຂໍ້ຕົກລົງ ຂອງ ບໍລິສັດ AstraZeneca ລົງທຶນ 2.000 ຕື້ດົ່ງ (90 ລ້ານ ໂດລາສະຫະລັດ) ແນໃສ່ສະໜັບສະໜູນຫວຽດນາມ ປັບປຸງ ກຳລັງຄວາມສາມາດ ໃນການຜະລິດຢາ ພາຍໃນ; ອຸປະຖໍາ 300 ລ້ານ ໂດລາສະຫະລັດ ໃຫ້ໂຄງການພັດທະນາແບບຍືນຍົງ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ ຂອງ ກອງທຶນລົງທຶນ Affinity...

ການເຄື່ອນໄຫວສອງຝ່າຍ ແລະ ຫຼາຍຝ່າຍ ຂອງທ່ານນາຍົກລັດ ຖະມົນຕີ ຟ້າມມິງຈິ໋ງ ຕ່າງກໍສະແດງໃຫ້ເຫັນນະໂຍບາຍການຕ່າງ ປະເທດຂອງພັກ ແລະ ລັດ ກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ; ຫັນເປັນຫຼາຍຮູບແບບ ແລະ ຫຼາຍຝ່າຍ ໃນການພົວພັນຕ່າງປະເທດ; ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເປັນເພື່ອນ, ເປັນຄູ່ຮ່ວມມື ທີ່ໄວ້ວາງໃຈ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບ ຂອງ ປະຊາຄົມໂລກ; ພິເສດ, ຍັງສະແດງໃຫ້ເຫັນ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ເປັນມິດ, ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ໃນການຮ່ວມມື ແລະ ການລົງທຶນ...


ໂດຍຕອບສະໜອງ, ເພື່ອນມິດສາກົນ ຕ່າງກໍສະແດງຄວາມດີໃຈ, ຕີລາຄາສູງ ບັນດາຜົນງານ ແລະ ຄວາມສາມາດຮ່ວມມື ຂອງ ຫວຽດນາມ; ພ້ອມກັນນັ້ນ ກໍ່ປາດຖະໜາ ພ້ອມທີ່ຈະຮ່ວມມື ໃນໄລຍະຍາວ ແລະ ຍືນຍົງກັບ ຫວຽດນາມ, ບົນຈິດໃຈ “ຕ່າງຝ່າງ ຕ່າງໄຊຊະນະ” ຕາມຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ .


ຫວຽດນາມ ສະແດງໃຫ້ເຫັນບົດບາດການເປັນເຈົ້າການ ແລະ ຕັ້ງ ໜ້າ ໃນການຮັບມື ກັບການປ່ຽນແປງ ຂອງ ດິນຟ້າອາກາດ

ສະພາບການປ່ຽນແປງຂອງດິນຟ້າອາກາດ ພວມຜັນແປໄປຢ່າງສັບສົນ ແລະ ຍາກຈະຄາດເດົາລ່ວງໜ້າ ໃນຂອບເຂດທົ່ວໂລກ, ດຶງດູດຄວາມສົນໃຈຢ່າງໃຫຍ່ຫຼວງ ຈາກຫາງສຽງສາກົນ, ຮຽກ ຮ້ອງໃຫ້ມີການຮ່ວມມືກັນຢ່າງຮີບດ່ວນ ແລະ ຕັ້ງໜ້າຈາກທຸກຝ່າຍ.

COP 26 ແມ່ນກອງປະຊຸມສາກົນປະຈຳປີ, ໄດ້ຈັດຂຶ້ນໃນຂອບເຂດສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງດິນຟ້າອາກາດ (UNFCCC) ແຕ່ປີ 1995 ຮອດປັດຈຸບັນ, ເພື່ອຕີລາຄາຄວາມຄືບໜ້າ ຂອງ ຝ່າຍຕ່າງໆ ໃນການຕອບໂຕ້ຕໍ່ການປ່ຽນແປງຂອງ ດິນຟ້າອາກາດ ທີ່ເຂົ້າຮ່ວມ ກອງປະຊຸມ. 
ຕອນບ່າຍວັນທີ 1/11 (ຕາມເວລາອັງກິດ), ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສ ທີ່ສຳຄັນ ໃນມື້ທໍາອິດ ຂອງ ກອງປະຊຸມສຸດຍອດດິນຟ້າອາກາດ ເຊິ່ງຈັດຂຶ້ນ ໃນກອບກອງປະຊຸມ ລັດພາຄີ ຄັ້ງທີ 26 ຂອງ ສປຊ ວ່າດ້ວຍ ການ ປ່ຽນແປງ ຂອງ ດິນຟ້າອາກາດ (COP26)


ກອງປະຊຸມໄດ້ຮັບຄວາມສົນໃຈ ເປັນພິເສດ ຈາກປະຊາຄົມໂລກ ໃນສະພາບການປ່ຽນແປງ ຂອງ ດິນຟ້າອາກາດ ມີການຜັນແປທີ່ສັບສົນ ແລະ ຍາກຈະຄາດຄະເນລ່ວງໜ້າ, ສົ່ງຜົນກະທົບຢ່າງໜັກໜ່ວງໃນທົ່ວໂລກ.


ກ່າວຄຳປາໄສທີ່ກອງປະຊຸມ, ບັນດາ ຜູ້ນຳ ໄດ້ສະແດງ ຄວາມເປັນຫ່ວງກັງວົນຢ່າງຍິ່ງ ຕໍ່ຜົນກະທົບ ທີ່ນັບມື້ຮ້າຍແຮງຂອງການປ່ຽນແປງຂອງດິນຟ້າອາກາດຕໍ່ໂລກ, ພ້ອມດຽວກັນກໍ ຢືນຢັນຄືນ ໃໝ່ວ່າ ມວນມະນຸດ ຕ້ອງສືບຕໍ່ປະຕິບັດ ເປົ້າໝາຍ ຮັກສາ ການເພີ່ມຂຶ້ນຂອງອຸ່ນຫະພູມໂລກ ສະເລ່ຍ 1,5 ອົງສາເຊ ເມື່ອ ທຽບ ກັບສະໄໝ ກ່ອນຍຸກອຸດສາຫະກຳ, ປະຊາຄົມໂລກຕ້ອງໄດ້ດຳເນີນການເຄື່ອນໄຫວຢ່າງຮີບດ່ວນ ແຕ່ດຽວນີ້ ແລະ ໃຫ້ຄຳໝັ້ນສັນຍາທີ່ເຂັ້ມແຂງຍິ່ງຂຶ້ນ, ມີຄວາມພະຍາຍາມຫຼາຍຍິ່ງຂຶ້ນ ເພື່ອ ຮັບມື ກັບວິກິດການຂອງ ດິນຟ້າອາກາດ ໃນປັດຈຸບັນ.



ວັນທີ 31 ຕຸລາ 2021, ກອງປະຊຸມລັດພາຄີ ຂອງ ສົນທິສັນຍາ ຂອງ ສປຊ ວ່າດ້ວຍ ການປ່ຽນແປງຂອງ ດິນຟ້າອາກາດ COP26 ໄດ້ ໄຂຂຶ້ນຢ່າງເປັນທາງການຢູ່ Glasgow (ລາຊະອານາຈັກ ອັງກິດ).
ໃນພາບ: ພິທີໄຂກອງປະຊຸມ COP26 ທີ່ Glasgow, ສະກັອດແລນ ໃນວັນທີ 31 ຕຸລາ 2021. ພາບ: AFP/VNA



ຕອນຄ່ຳວັນທີ 1 ພະຈິກ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Glasgow, ສະກັອດແລນ (ລາຊະອານາຈັກ ອັງກິດ), ທ່ານນາຍົກ ລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມ
ແລະ ກ່າວຄຳເຫັນທີ່ກອງ ປະຊຸມລັດພາຄີ ຂອງ ສົນທິສັນຍາ ຂອງ ສປຊ ວ່າດ້ວຍການປ່ຽນ ແປງຂອງ ດິນຟ້າອາກາດ COP 26. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເຂົ້າຮ່ວມ ກອງປະຊຸມ ລັດ ພາຄີ ຂອງ ສົນທິສັນຍາສປຊ ວ່າດ້ວຍ ການປ່ຽນແປງ ຂອງ ດິນ ຟ້າອາກາດ COP 26. ພາບ: ເຢືອງຢາງ/VNA
 

ຕອນທ່ຽງວັນທີ 1 ພະຈິກ 2021 (ຕາມເວລາທ້ອງຖິ່ນ), ທ່ານນາ ຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ຕ້ອນຮັບທ່ານນາຍົກ ລັດຖະມົນຕີ ຟ້າມມິງຈິ໋ງ
ທີ່ເຂົ້າຮ່ວມກອງປະຊຸມ COP 26. ພາບ: ເຢືອງຢາງ/VNA


ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ທ່ານ ເລ ຂາທິການໃຫຍ່ ສປຊ Antonio Guterres ໄດ້ຕ້ອນຮັບ
ທ່ານນາ ຍົກລັດຖະມົນຕີ ຟ້າມມິງຈິ໋ງ ມາເຂົ້າຮ່ວມກອງປະຊຸມ COP 26. ພາບ: VNA



ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ມາເຂົ້າຮ່ວມກອງ ປະ ຊຸມ COP 26. ພາບ: VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະກັບ ປະທານາທິບໍດີ ສ ອາເມລິກາ Joe Biden ທີ່ກອງປະຊຸມ. ພາບ: VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison. ພາບ: ເຢືອງຢາງ/VNA


ຢູ່ນອກກອບການປະຊຸມ COP26, ຕອນບ່າຍວັນທີ 2 ພະຈິກ 2021 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Glasgow, ສະກັອດ ແລນ (ລາຊະອານາຈັກ ອັງກິດ),
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ຕ້ອນຮັບ ລາຊະກຸມມານ ແຫ່ງ ລາຊະອານາຈັກ ອັງກິດ Charles Philip Arthur George. ພາບ: ເຢືອງຢາງ/VNA



ເນື່ອງໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມລັດພາຄີ ຂອງ ສົນທິສັນຍາ ສປຊ ວ່າດ້ວຍ ການປ່ຽນແປງ ຂອງ ດິນຟ້າອາກາດ COP26 ຢູ່ Glasgow, ສະກັອດແລນ (ລາຊະອານາຈັກ ອັງກິດ), ຕອນບ່າຍ
ວັນທີ 1 ພະຈິກ 2021 (ຕາມເວລາທ້ອງຖິ່ນ) ທ່ານນາ ຍົກ ລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ພົບປະກັບປະທານຄະນະກຳມະການ ເອີຣົບ ທ່ານ Ursula von der Leyen. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ຕ້ອນຮັບທ່ານ Alex Van Trotsenburg ຜູ້ອຳນວຍການດ້ານບໍລິຫານ ທະນາຄານໂລກ. ພາບ: ເຢືອງຢາງ/VNA

ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຢືນຢັນວ່າ ຜົນກະທົບທາງລົບ ຂອງ ການປ່ຽນແປງ ດິນຟ້າອາກາດ ກຳ ລັງສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານນ້ຳ, ຕໍ່ການພັດທະນາແບບຍືນຍົງ, ເປັນ ໄພຂົ່ມຂູ່ຕໍ່ການຄົງຢູ່ ຫຼື ສູນຫາຍ ຂອງ ຫຼາຍປະເທດ ແລະ ຊຸມຊົນ, ຮຽກຮ້ອງໃຫ້ປະຊາຄົມສາກົນ ຕ້ອງປະຕິບັດຢ່າງແຂງແຮງ ຍິ່ງຂຶ້ນ, ມີຄວາມຮັບຜິດຊອບ ແລະ ບໍ່ຊັກຊ້າໃນຂອບເຂດທົ່ວໂລກ. ນີ້ແມ່ນບັນຫາທົ່ວໂລກ, ດັ່ງນັ້ນ ຕ້ອງມີວິທີການເຂົ້າເຖິງ ທົ່ວໂລກ, ນີ້ແມ່ນບັນຫາທີ່ມີຜົນກະທົບຕໍ່ທຸກໆ ຄົນ, ດັ່ງນັ້ນຕ້ອງ ມີວິທີການເຂົ້າເຖິງປະຊາຊົນ ທັງປວງ.

ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກ ການຮັບມື ກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຟື້ນຟູແບບທຳມະຊາດຕ້ອງກາຍເປັນບຸລິມະສິດສູງສຸດ ໃນທຸກການຕັດສິນໃຈ ພັດທະນາ, ເປັນ ມາດຕະຖານຄຸນສົມບັດສູງສຸດ ຂອງທຸກຂັ້ນ, ຂະແໜງການ, ທຸກ ວິສາຫະກິດ ແລະ ປະຊາຊົນ. ວິທະຍາສາດເຕັກໂນໂລຊີ ຕ້ອງໄປກ່ອນ ເພື່ອນຳພາ ແລະ ແຫຼ່ງກຳລັງແຮງ ດ້ານການເງິນ ຕ້ອງເປັນໄມ້ງັດ, ຊຸກຍູ້ການຫັນປ່ຽນຮູບແບບ ການພັດທະນາ ກ້າວໄປສູ່ເສດຖະກິດ ສີຂຽວ, ໝູນວຽນ,  ຍືນຍົງ, ກວມລວມ ແລະ ມີ ຄວາມໝາຍ ດ້ານມະນຸດສະທຳ.


ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ວ່າ: ທຸກການກະທຳ ຕ້ອງອີງໃສ່ທຳມະຊາດ ແລະ ຖືປະຊາຊົນ ເປັນໃຈກາງ, ເປັນຫົວເລື່ອງ ແລະ ເປັນກຳລັງ ຊຸກຍູ້ການພັດທະນາ ແບບຍືນຍົງ, ບໍ່ມີໃຜ ຖືກປະໄວ້ ຢູ່ເບື້ອງຫຼັງ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທຸກປະເທດໃຫ້ຄຳໝັ້ນສັນຍາຢ່າງແຮງ ວ່າດ້ວຍ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ບົນພື້ນຖານຫຼັກການ ຄວາມຮັບຜິດຊອບລວມ ແຕ່ມີ ຄວາມແຕກຕ່າງ, ສອດຄ່ອງກັບເງື່ອນໄຂ, ສະພາບການ ແລະ ຄວາມສາມາດ ຂອງແຕ່ລະປະເທດ, ຕ້ອງມີຄວາມສະເໝີພາບ, ມີຄວາມຍຸຕິທໍາ ກ່ຽວກັບ ການປ່ຽນແປງ ຂອງ ດິນຟ້າອາກາດ.

ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ການເງິນດ້ານດິນຟ້າອາກາດ, ການຖ່າຍທອດເຕັກໂນໂລຊີ ແລະ ຍົກສູງຄວາມສາມາດແມ່ນມີບົດບາດ ສຳຄັນທີ່ສຸດ ເພື່ອປະຕິບັດຂໍ້ຕົກລົງ ປາຣີ ໃຫ້ສຳເລັດຜົນ. ບັນດາປະເທດພັດທະນາ ຕ້ອງປະຕິບັດ ຄຳໝັ້ນສັນຍາດ້ານການເງິນ ທີ່ໄດ້ສະເໜີອອກ, ພ້ອມກັນນັ້ນ ເລັ່ງລັດວາງອອກເປົ້າໝາຍດ້ານການເງິນ ທີ່ໃຫ້ຫຼາຍຍິ່ງຂຶ້ນ ຫຼັງປີ 2025.



ນອກກອບກອງປະຊຸມລັດພາຄີ ຂອງ ສົນທິສັນຍາ ຂອງ ສປຊ ວ່າ ດ້ວຍ ການປ່ຽນແປງ ຂອງ ດິນຟ້າອາກາດ COP26, ຕອນຄ່ຳວັນທີ 1 ພະຈິກ 2021, ຢູ່ນະຄອນ Glasgow, ສະກັອດແລນ
(ລາຊະອານາຈັກ ອັງກິດ) ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ພົບ ປະກັບ ທ່ານ ນາຍົກລັດຖະມົນຕີ ໄທ ປຣະຍຸດ ຈັນໂອຊາ. ພາບ: ເຢືອງຢາງ/VNA



ນອກກອບກອງປະຊຸມລັດພາຄີ ຂອງ ສົນທິສັນຍາ ຂອງ ສປຊ ວ່າ ດ້ວຍ ການປ່ຽນແປງຂອງ ດິນຟ້າອາກາດ COP26, ຕອນຄ່ຳວັນທີ 1 ພະຈິກ 2021, ຢູ່ນະຄອນ Glasgow,
ສະກັອດແລນ (ລາຊະອານາຈັກ ອັງກິດ) ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ພົບປະ ກັບ ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ພົວປະແລກປ່ຽນກັບທ່ານນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກ ອັງກິດ Boris Johnson. ພາບ: VNA


ຢູ່ນອກກອບກອງປະຊຸມ COP26, ຕອນບ່າຍວັນທີ 2 ພະຈິກ 2021 (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Glasgow, ສະກັອດແລນ (ລາຊະອານາຈັກ ອັງກິດ),
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio. ພາບ: ເຢືອງຢາງ/VNA



ຕອນບ່າຍວັນທີ 2 ພະຈິກ 2021, ຢູ່ນະຄອນ Glasgow, ສະກັອດ ແລນ (ລາຊະອານາຈັກ ອັງກິດ), ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງຈິ໋ງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ໃນພິທີປະກາດຄຳໝັ້ນສັນ ຫຼຸດຜ່ອນ ການປ່ອຍອາຍ ເມທານທົ່ວໂລກ, ໂດຍທ່ານປະທານາ ທິບໍດີ ສ ອາເມລິກາ Joe Biden ແລະ ທ່ານປະທານຄະນະກຳ ມະ ການ ເອີຣົບ Ursula von der Leyen ເປັນເຈົ້າພາບ. ໃນພາບ: ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຖ່າຍຮູບຮ່ວມກັບ ບັນດາປະເທດທີ່ເຂົ້າຮ່ວມຖະແຫຼງການກ່ຽວກັບປ່າໄມ້ ແລະ ການນຳໃຊ້ທີ່ດິນພາຍໃນງານ “ກະທຳກ່ຽວກັບປ່າໄມ້ ແລະ ນຳໃຊ້ທີ່ດິນ”. ພາບ: VNA
 

ຢູ່ນອກກອບກອງປະຊຸມ COP26, ຕອນຄໍ່າວັນທີ 2 ພະຈິກ 2021 (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Glasgow, ສະກັອດແລນ (ລາ ຊະອານາຈັກ ອັງກິດ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ
ໄດ້ຕ້ອນຮັບ ທ່ານ John Kerry ທູດພິເສດ ຂອງ ປະທານາທິ ບໍດີ ສ ອາເມລິກາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ພາບ: VNA



ຫົວໜ້າລັດຖະບານ ຫວຽດນາມ ຢືນຢັນວ່າ ເຖິງວ່າ ຈະເປັນປະເທດກຳລັງ ພັດທະນາ ທີ່ຫາກໍ່ເລີ່ມດຳເນີນ ການຫັນເປັນອຸດສາຫະກຳໃນ 3 ທົດສະວັດຜ່ານມາ, ເປັນປະເທດ ມີທ່າໄດ້ປຽບ ວ່າດ້ວຍພະລັງງານທົດແທນ, ຫວຽດນາມ ຈະສ້າງ ແລະ ປະຕິບັດ ບັນດາ ມາດຕະການ ຫຼຸດຜ່ອນອາຍພິດເຮືອນແກ້ວ ຢ່າງແຂງແຮງ ດ້ວຍ ແຫຼ່ງກຳລັງແຮງຂອງຕົນ, ພ້ອມກັບການຮ່ວມມື ແລະ ສະໜັບສະໜູນ ຂອງປະຊາຄົມໂລກ, ພິເສດ ແມ່ນ ບັນດາປະເທດ ພັດທະນາ, ທັງດ້ານການເງິນ ແລະ ການຖ່າຍທອດ ເຕັກໂນໂລຊີ, ໃນນັ້ນ ລວມທັງ ການປະຕິບັດ ຂໍ້ຕົກລົງ ປາຣີ, ເພື່ອບັນລຸການປ່ອຍອາຍພິດ ເທົ່າກັບ “0” ໃນປີ 2050.

ກອງປະຊຸມ COP 26 ມີການນຳ ແລະ ຜູ້ຕາງໜ້າຂອງ 197 ພາຄີ ສົນທິສັນຍາ, ໃນນັ້ນມີປະມຸກລັດ ແລະ ນາຍົກລັດຖະມົນຕີ ຂອງ ບັນດາປະເທດ ກວ່າ 120 ທ່ານ.
ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ໄດ້ມີຄວາມພະຍາຍາມຢ່າງຍິ່ງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄວບຄູ່ກັບການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວ, ຮັບປະກັນຊີວິດການເປັນຢູ່ຂອງທົ່ວປວງຊົນນັບມື້ນັບດີຂຶ້ນ, ພ້ອມກັນນັ້ນ ປະກອບສ່ວນ ຢ່າງມີຄວາມຮັບຜິດຊອບ ກັບ ປະຊາຄົມໂລກ. ຫວຽດນາມ ປາດຖະໜາ ເພີ່ມທະວີການຮ່ວມມື ກັບປະຊາຄົມໂລກ ໃນບັນດາລາຍການ, ໂຄງການລົງທຶນ ແລະ ພັດທະນາແບບຍືນຍົງ ໃນໄລຍະ ຈະມາເຖິງ.
 
ບົດປາໄສ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ຮັບການຕີລາຄາສູງ ຈາກບັນດາເພື່ອນມິດ ແລະ ບັນດາຄູ່ຮ່ວມມືສາກົນ; ພ້ອມດຽວກັນ ກໍຢືນຢັນ ຈະຮ່ວມມືກັບ ຫວຽດນາມ ໃນການດໍາ ເນີນມາດຕະການ ເພື່ອສົ່ງເສີມການເຕີບໂຕ ທ່ີເປັນມິດຕໍ່ສິ່ງແວດ ລ້ອມ, ເສດຖະກິດໝູນວຽນ ແລະ ໜູນຊ່ວຍບັນດາປະຊາຄົມ, ພິເສດແມ່ນບັນດາກຸ່ມຜູ້ທີ່ຖືກກະທົບງ່າຍ, ເພີ່ມທະວີການຕ້ານຢັນ ແລະ ແກ້ໃຫ້ປັບຕົວເຂົ້າກັບບັນດາປະກົດການ ສະພາບອາກາດ ທີ່ຜິດປົກກະຕິ ແລະ ຮຸນແຮງ ຍ້ອນການການປ່ຽນແປງຂອງດິນຟ້າອາກາດ.
ປະຕິບັດໂດຍ: VNA/VNP - ແປໂດຍ: ບິກລຽນ

top