ຫວຽດນາມ ເຄົາລົບສິດຂອງບັນດາປະເທດແຄມທະເລໃນການປະກາດໃຊ້ກົດໝາຍ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງທະເລໃນຂອບເຂດລະດັບຊາດ, ສອດຄ່ອງກັບ UNCLOS 1982. ພ້ອມດຽວກັນນັ້ນ, ຫວຽດນາມ ກໍສະເໜີບັນດາປະເທດອື່ນເຄົາລົບອະທິປະໄຕອັນຄົບຖ້ວນຂອງ ຫວຽດນາມ ສຳລັບໝູ່ເກາະເຈື່ອງຊາ ແລະ ບັນດາສິດຂອງ ຫວຽດນາມ ສຳລັບບັນດາເຂດທະເລຂອງ ຫວຽດນາມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນສອດຄ່ອງກັບ UNCLOS 1982.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ (ພາບ: TTXVN)
ຕອນບ່າຍວັນທີ 21 ພະຈິກ, ໃນການຖະແຫຼງຂ່າວນັດສາມັນກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງທ່ານປະທານາທິບໍດີ ຟີລິບປິນ ເຊັນປະກາດໃຊ້ກົດໝາຍບັນດາເຂດທະເລ, ກົດໝາຍກ່ຽວກັບເສັ້ນທາງເດີນເຮືອເຂດນໍ້າໝູ່ເໝາະຂອງ ຟີລິບປິນ ແລະ ເລື່ອງ ຈີນ ປະກາດຖະແຫຼງຊື່ເອີ້ນມາດຖານສ່ວນໜຶ່ງໝູ່ເກາະ, ຫາດດອນທະເລຢູ່ ຕາເວັນອອກ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ:
ດັ່ງທີ່ໄດ້ຢັ້ງຢືນມາເປັນຫຼາຍຄັ້ງແລ້ວວ່າ, ຫວຽດນາມ ມີພື້ນຖານນິຕິກຳ ແລະ ຫຼັກຖານປະຫວັດສາດຢ່າງຄົບຖ້ວນຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະຮວ່າງຊາ ແລະ ໝູ່ເກາະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ ກໍຄື ອະທິປະໄຕ, ສິດອຳນາດອະທິປະໄຕ, ອຳນາດສານສຳລັບບັນດາເຂດທະເລທີ່ສອດຄ່ອງກັບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).
ຫວຽດນາມ ເຄົາລົບສິດຂອງບັນດາປະເທດແຄມທະເລໃນການປະກາດໃຊ້ກົດໝາຍ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງທະເລໃນຂອບເຂດລະດັບຊາດ, ສອດຄ່ອງກັບ UNCLOS 1982. ພ້ອມດຽວກັນນັ້ນ, ຫວຽດນາມ ກໍສະເໜີບັນດາປະເທດອື່ນເຄົາລົບອະທິປະໄຕອັນຄົບຖ້ວນຂອງ ຫວຽດນາມ ສຳລັບໝູ່ເກາະເຈື່ອງຊາ ແລະ ບັນດາສິດຂອງ ຫວຽດນາມ ສຳລັບບັນດາເຂດທະເລຂອງ ຫວຽດນາມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນສອດຄ່ອງກັບ UNCLOS 1982.
ຫວຽດນາມ ເດັດດ່ຽວ, ຢຶດໝັ້ນປະຕິບັດບັນດາມາດຕະການທີ່ສອດຄ່ອງກັບກົດໝາຍສາກົນເພື່ອປົກປັກຮັກສາອະທິປະໄຕສຳລັບໝູ່ເກາເຈື່ອງຊາ ຂອງ ຫວຽດນາມ.