ຂ່າວສານ

ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ຕໍ່ ອາ​ຊຽນ - ລັດ​ເຊຍ

ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນຫຼາຍ​ຢ່າງ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງກອງ​ປະ​ຊຸມ. ໃນ​ນັ້ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃນ​ກິດ​ຈະ​ກຳ​ຕ່າງໆ​ທີ່​ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ນັ້ນ, ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ຫຼາຍ​ຢ່າງເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ, ດຸ່ນ​ດ່ຽງ ແລະ ຍືນ​ຍົງ​ກວ່າ.
  ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຮ​ວ່າຍ​ຈູງ (ພ​າບ: ກະ​ຊວງ​ການ​ຕ່າງ​ປະ​ເທດ)  

ການ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເຂົ້າ​ຮ່ວມກ​ອງ​ປະ​ຊຸມ​ສຸດຍອດ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ ອາ​ຊຽນ - ລັ​ດ​ເຊຍ ຄົບ​ຮອບ 35 ປີ ຢູ່ Kazan, ສະ​ຫະ​ພັນ ລັດ​ເຊຍ, ແຕ່​ວັນ​ທີ 16 – 18 ມິ​ຖຸ​ນາ, ໄດ້​ບັນ​ລຸຫຼາຍ​ໝາກ​ຜົນ​ສຳ​ຄັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, ພ້ອມ​ທັງ​ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ລັດ​ເຊຍ.

ເມື່ອ​ຕອບ​ສຳ​ພ​າດ​ຕໍ່​ສື່ມວນ​ຊົນ​ກ່ຽວ​ກັບ​ໝາກ​ຜົນ​ຂອງກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຮ​ວ່າຍ​ຈູງ ໃຫ້​ຮູ້​ວ່າ ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນຫຼາຍ​ຢ່າງ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງກອງ​ປະ​ຊຸມ. ໃນ​ນັ້ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃນ​ກິດ​ຈະ​ກຳ​ຕ່າງໆ​ທີ່​ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ນັ້ນ, ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ຫຼາຍ​ຢ່າງເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ, ດຸ່ນ​ດ່ຽງ ແລະ ຍືນ​ຍົງ​ກວ່າ. ບັນ​ດາ​ຂໍ້​ສະ​ເໜີ​ຂອງ ຫວຽດ​ນາມ ໃນ​ກອງ​ປະ​ຊຸມ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ທີ່​ຕັ້ງ​ສາຍ​ພົວ​ພັນ​ ອາ​ຊຽນ - ລັດ​ເຊຍ ຄືນ​ໃໝ່. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ກໍ​ຍົກ​ອອກຫຼາຍ​ຂໍ້​ລິ​ເລີ່ມ​ທີ່​ແທດ​ຈິງ ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ - ລັດ​ເຊຍ ກ່ຽວ​ກັບ​ພະ​ລັງ​ງານ, ການ​ເຊື່ອມ​ຕໍ່ ອາ​ຊີ ກັບ ເອີ​ຣົບ, logistics, ການ​ຄ້າ ແລະ ກະ​ສິ​ກຳ…


top