ຂ່າວສານ

ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ທາງການ​ເມືອງ​ຂອງ​ສະ​ພາ​ແຫ່ງ​ຊາດ​​ຕໍ່​ບັນ​ຫາ​ຮີບ​ດ່ວນ​ຂອງ​ປະ​ເທດ​ຊາດ

ໂດຍສືບຕໍ່ກອງປະຊຸມຄັ້ງທີ 20, ຕອນເຊົ້າວັນທີ 14 ກຸມພາ, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນການສະຫລຸບກອງປະຊຸມວິສາມັນຄັ້ງທີ 2 ແລະ ຄັ້ງ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ທີ່ກອງປະຊຸມ (ພາບ: quochoi.vn)  

ເມື່ອສະເໜີບົດລາຍງານ, ທ່ານ ບຸ່ຍວັນເກື່ອງ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ: ກອງປະຊຸມວິສາມັນເທື່ອທີ 2 (5 – 9 ມັງກອນ) ແລະ ກອງປະຊຸມວິສາມັນເທື່ອທີ 3 (18 ມັງກອນ) ໄດ້ຈັດຂຶ້ນດ້ວຍຈິດໃຈຮີບເຮັ່ງ, ເຂັ້ມງວດ, ມີຄວາມຮັບຜິດຊອບ. ສະພາແຫ່ງຊາດໄດ້ປະຕິບັດສຳເລັດທຸກແຜນການທີ່ໄດ້ວາງອອກ ບັນດາໝາກຜົນບັນລຸໄດ້ແມ່ນສຳຄັນທີ່ສຸດ. ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາກົດໝາຍ 1 ສະບັບ, ມະຕິ 3 ສະບັບ ແລະ ພິຈາລະນາ, ຕັດສິນວຽກງານບຸກຄະລາກອນຂຶ້ນກັບສິດອຳນາດ. ເມື່ອສະຫລຸບກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ:

“ເປັນທີ່ຈະແຈ້ງວ່າວຽກງານການກະກຽມ “ລວງໜ້າ” ບໍ່ພຽງແຕ່ຂອງສະພາແຫ່ງຊາດ ເທົ່ານັ້ນ ຫາກຍັງແມ່ນຂອງລັດຖະບານ, ບັນດາກະຊວງ, ຂະແໜງການສູນກາງ, ບັນດາອົງການຍື່ນສະເໜີ. ການສົມທົບນີ້ກໍ່ຕ້ອງເລີ່ມຈາກການປະສານງານນັບແຕ່ຫົວທີ. ບັນດາອົງການກ່ຽວຂ້ອງຈັດຕັ້ງໂດຍໄວເພື່ອຜັນຂະຫຍາຍບັນດາກົດໝາຍ, ມະຕິທີ່ສະພາແຫ່ງຊາດປະກາດໃຊ້ເພື່ອແກ້ໄຂສິ່ງຄ້າງຄາ, ບັນດາສິ່ງຕິດຂັດໃນຕໍ່ໜ້າ”.

ແລະກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບບາງບັນຫາໃຫຍ່ທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປ້ອງກັນທາງພົນລະເຮືອນ ແລະ ພິຈາລະນາບົດລາຍງານວຽກງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດເດືອນ ທັນວາ 2022 ແລະ ເດືອນ ມັງກອນ 2023.


top