ຂ່າວສານ

ມຽນມາປ່ຽນຊື່ ຫ້ອງວ່າການທຳນຽບປະທານາທິບໍດີ ແລະ ລັດຖະບານສະຫະພາບ

      ວັນທີ 6 ກຸມພາ, ສະພາບໍລິຫານແຫ່ງລັດ ມຽນມາ ໄດ້ອອກລັດຖະບັນຍັດ ປ່ຽນຊື່ຫ້ອງວ່າການທຳນຽບປະທານາທິບໍດີ ກາຍເປັນ ຫ້ອງວ່າການສະພາບໍລິຫານແຫ່ງລັດ.
ພາບປະກອບ: TTXVN
      ຕາມລັດຖະບັນຍັດ ດັ່ງກ່າວແລ້ວ, ຫ້ອງວ່າການລັດຖະບານສະຫະພາບ ກໍ່ຈະປ່ຽນຊື່ເປັນ ຫ້ອງວ່າການ ສະພາບໍລິຫານແຫ່ງລັດ. ຄຽງຄູ່ກັນນັ້ນ, ສະພາບໍລິຫານແຫ່ງລັດ ໄດ້ສ້າງຕັ້ງກຸ່ມສື່ມວນຊົນລວມມີ ສະມາຊິກ 3 ຄົນ ໂດຍທ່ານນາຍພົນ Zaw Min Tun ນຳໜ້າ.
            ຫ້ອງວ່າການຜູ້ບັນຊາການສູງສຸດ ບັນດາກຳລັງປະກອບອາວຸດ ໄດ້ສ້າງຕັ້ງສະພາບໍລິຫານແຫ່ງລັດ, ພາຍຫຼັງ ມຽນມາປະກາດສະພາບວະສຸກເສີນ ແລະ ມອບສິດຄຸ້ມຄອງບໍລິຫານລັດ ໃຫ້ແກ່ທ່ານ Min Anung Hlaing ຜູ້ບັນຊາການສູງສຸດ.
(ແຫຼ່ງຄັດຈາກ VOV)


top