ຂ່າວສານ

ມຽນມາ ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍທູດພິເສດຂອງ ອາຊຽນ

      ທ່ານ Min Aung Hlaing ຮັບປະກັນວ່າຈະສ້າງເງື່ອນໄຂເພື່ອໃຫ້ທູດພິເສດຂອງ ອາຊຽນ ຮັບຜິດຂອບບັນຫາ ມຽນມາ ສາມາດພົບປະກັບທຸກຝ່າຍທີ່ກ່ຽວຂ້ອງຢູ່ ມຽນມາ, ລວມທັງກຸ່ມຊົນເຜົ່າສ່ວນໜ້ອຍທີ່ມີອາວຸດ.
ທ່ານຈອມພົນ Min Aung Hlaing ປະທານສະພາບໍລິຫານແຫ່ງລັດ ມຽນມາ (ພາບປະກອບ: AFP/TTXVN)
      ຕາມຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງການພົບປະໃນວັນທີ 7 ມັງກອນ ລະຫວ່າງ ທ່ານຈອມພົນ Min Aung Hlaing ປະທານສະພາບໍລິຫານແຫ່ງລັດ ມຽນມາ (SAC) ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ຢູ່ ນະຄອນຫຼວງ Nay Pyi Taw, ທ່ານ Min Aung Hlaing ຮັບປະກັນວ່າຈະສ້າງເງື່ອນໄຂເພື່ອໃຫ້ທູດພິເສດຂອງ ອາຊຽນ ຮັບຜິດຂອບບັນຫາ ມຽນມາ ສາມາດພົບປະກັບທຸກຝ່າຍທີ່ກ່ຽວຂ້ອງຢູ່ ມຽນມາ, ລວມທັງກຸ່ມຊົນເຜົ່າສ່ວນໜ້ອຍທີ່ມີອາວຸດ.
            ສ່ວນທ່ານນາຍົກລັດຖະມົນຕີ Samdech Techo Hun Sen ເນັ້ນໜັກວ່າ ເປົ້າໝາຍສັນຕິພາບ ແລະ ການໄກ່ເກ່ຍປອງດອງຊາດ ຈະບໍ່ສາມາດບັນລຸໄດ້ ຖ້າຫາກວ່າ ບໍ່ມີການເຂົ້າຮ່ວມ ແລະ ບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກທຸກຝ່າຍທີ່ກ່ຽວຂ້ອງທັງໝົດ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ ແມ່ນການນຳຕ່າງປະເທດຄົນທຳອິດທີ່ເດີນທາງໄປຢ້ຽມຢາມ ມຽນມາ ນັບແຕ່ເດືອນ ກຸມພາ 2021.
(ແຫຼ່ງຄັດຈາກ VOV)


top