ຂ່າວສານ

ມຽນມາ ອອກຄຳຕັດສິນສຳລັບທ່ານນາງ Aung San Suu Kyi

      ສານຂອງປະເທດນີ້ໄດ້ຕັດສິນລົງໂທດຈຳຄຸກສຳລັບ ທ່ານນາງ Aung San Suu Kyi ດ້ວຍບັນດາຄຳກ່າວຫາຄັດຄ້ານກອງທັບ ແລະ ລະເມີດບັນດາຂໍ້ກຳນົດໃນກົດການປ້ອງກັນໂລກລະບາດໂຄວິດ - 19.
ທ່ານນາງ Aung San Suu Kyi
(ພາບປະກອບ: Reuters)
      ວັນທີ 6 ທັນວາ, ໂຄສົກຂອງລັດຖະບານທະຫານ ມຽນມາ ໃຫ້ຮູ້ວ່າ ສານຂອງປະເທດນີ້ໄດ້ຕັດສິນລົງໂທດຈຳຄຸກສຳລັບ ທ່ານນາງ Aung San Suu Kyi ດ້ວຍບັນດາຄຳກ່າວຫາຄັດຄ້ານກອງທັບ ແລະ ລະເມີດບັນດາຂໍ້ກຳນົດໃນກົດການປ້ອງກັນໂລກລະບາດໂຄວິດ - 19.
        ທ່ານນາງ Aung San Suu Kyi ຖືກຕັດສິນລົງໂທດຈຳຄຸກໃນເວລາ 4 ປີ. ທ່ານນາງອະດີດປະທານາທິບໍດີ Win Myint ກໍຖືກກ່າວຫາ ແລະ ໄດ້ຮັບຄຳຕັດສິນຄືກັນ.
(ແຫຼ່ງຄັດຈາກ VOV)


top