ຂ່າວສານ

ມູນ​ຄ່າ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ​ຂອງ​ ຫວຽດ​ນາມ ເພີ່ມ​ຂຶ້ນ​ຢ່າງ​ແຮງ ຍ້ອ​ນ​ຄວບ​ຄ​ຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເປັນ​ຢ່າງ​ດີ

ປີ 2020, ຍ້ອນແກ້ໄຂວິກິດການດ້ານສາທາລະນະສຸກ ແລະ ເສດຖະກິດ ໄດ້ເປັນຢ່າງດີ, ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດຂອງ ຫວຽດນາມ ໄດ້ເພີ່ມຂຶ້ນຫຼາຍທີ່ສຸດໃນໂລກ.
(ພາບປະກອບ: TTXVN)

“ອາລຸນວັນໃໝ່ພວມຮຸ່ງແຈ້ງ”, “ດວງດາວແຈ້ງສະຫວ່າງ”, “ກໍລະນີພິເສດ”… ແມ່ນບັນດາກຸ່ມຄຳສັບ ເຊິ່ງອົງການຈັດຕັ້ງມີອິດທິພົນຊື່ສຽງໃນໂລກສະຫງວນໃຫ້ແກ່ ຫວຽດນາມ ໃນປີ 2020 ເຊິ່ງເປັນປີທີ່ທົ່ວໂລກຕົກເຂົ້າສູ່ວິກິດການຍ້ອນໂລກລະບາດໂຄວິດ - 19. ນັ້ນແມ່ນການຕີລາຄາ, ຂໍ້ສັງເກດແບບພາວະວິໄສ ຕໍ່ຄວາມມານະພະຍາຍາມຂອງພັກກອມມູນິດ ຫວຽດນາມ, ທົ່ວກອງທັບ, ທົ່ວປວງຊົນໃນທຸກດ້ານຂອງຊີວິດ ໃນນັ້ນ, ເສດຖະກິດ ແມ່ນຈຸດພົ້ນເດັ່ນອັນໜຶ່ງທີ່ໜ້າປະທັບໃຈ. ດັດຊະດີຂອງລັດຖະບານເອເລັກໂຕນິກຂອງ ຫວຽດນາມ ໃນປີ 2020 ກໍ່ເລື່ອນ 2 ຂັ້ນ ເມື່ອທຽບໃສ່ປີ 2018 ແລະ ຢືນອັນດັບທີ 86 ໃນຈຳນວນ 193 ປະເທດ. ບົດລາຍງານເຄື່ອງໝາຍການຄ້າແຫ່ງຊາດປີ 2020 ໂດຍ Brand Finance - ອົງການກຳນົດມູນຄ່າເຄື່ອງໝາຍການຄ້າຂອງ ອັງກິດ ໄດ້ເນັ້ນໜັກວ່າ: ປີ 2020, ຍ້ອນແກ້ໄຂວິກິດການດ້ານສາທາລະນະສຸກ ແລະ ເສດຖະກິດ ໄດ້ເປັນຢ່າງດີ, ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດຂອງ ຫວຽດນາມ ໄດ້ເພີ່ມຂຶ້ນຫຼາຍທີ່ສຸດໃນໂລກ (ເລື່ອນ 9 ຂັ້ນ ແລະ  ຖືກຈັດອັນດັບທີ 33 ໃນຈຳນວນ 100 ເຄື່ອງໝາຍການຄ້າແຫ່ງຊາດທີ່ມີມູນຄ່າສູງສຸດໃນທົ່ວໂລກ.

        ຕາມບົດຂຽນທີ່ໄດ້ລົງພິມໃນໜັງສືພິມ Lowy ສັງກັດສະຖາບັນຄົ້ນຄວ້ານະໂຍບາຍການຕ່າງປະເທດ ແຖວໜ້າຂອງ ອົດສະຕາລີ ຊີ້ໃຫ້ເຫັນວ່າ  ປີ 2020, ດັດຊະນີສິດອຳນາດຂອງ ຫວຽດນາມ ຖືກຈັດອັນດັບທີ 12 ໃນຈຳນວນ 26 ປະເທດ ແລະ ເຂດແຄວ້ນມີດັດຊະນີສິດອຳນາດສູງສຸດໃນອາຊີ.

(ແຫຼ່ງຄັດຈາກ VOV)


top