ຂ່າວສານ

ມູນເຊື້ອສາມັກຄີ, ເມດຕາປານີຂອງຊາວ ຫວຽດນາມ ແມ່ນກຳລັງໜູນເພື່ອເອົາຊະນະຕໍ່ທຸກຢ່າງ

      ມູນເຊື້ອສາມັກຄີ, ພູມປັນຍາ, ນ້ຳໃຈເມດຕາປານີຂອງຊາວ ຫວຽດນາມ ແຕ່ລະຄົນຢູ່ທຸກແຖບຖິ່ນໃນທົ່ວໂລກ ຈະເຕົ້າໂຮມກັບ ແລ້ວແຜ່ກະຈາຍ ໂດຍສະເພາະໃນຈຸດເວລາທີ່ປະເທດຊາດປະສົບກັບຄວາມຫຍຸ້ງຍາກ, ແມ່ນກຳລັງໜູນອັນສຳຄັນເພື່ອເອົາຊະນະຕໍ່ທຸກຢ່າງ ແລະ ພິເສດແມ່ນໂລກລະບາດໂຄວິດ - 19.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນໃນລາຍການ (ພາບ: tienphong.vn)
      ຕອນຄ່ຳວັນທີ 26 ກັນຍາ, ລາຍການແລກປ່ຽນສະແດງສິລະປະ “ເຊື່ອມຕໍ່ອ້ອມແຂນ” ດ້ວຍຫົວຂໍ້ “ປະເທດຊາດຮ່ວມແຮງຮ່ວມໃຈຜ່ານຜ່າໂລກລະບາດໂຄວິດ - 19” ໂດຍພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ໂຮ່ຈີມິນ ສົມທົບກັບອົງການວິທະຍາສາດ ແລະ ນັກຊ່ຽວຊານ ຫວຽດນາມທົ່ວໂລກ (AVSE Global) ແລະ ກອງທຶນ ຈິ້ງກົງເຊີນ ຈັດຕັ້ງຂຶ້ນຕາມຮູບແບບຖ່າຍທອດສົດທາງໂທລະພາບ ແລະ ເຊື່ອມຕໍ່ກັບຫຼາຍຈຸດທີ່ແຕກຕ່າງກັນນັບແຕ່ເໜືອຮອດໃຕ້.
        ກ່າວຄຳເຫັນໃນລາຍການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຈັດຕັ້ງງານລາຕີ “ເຊື່ອມຕໍ່ອ້ອມແຂນ - ປະເທດຊາດຮ່ວມແຮງຮ່ວມໃຈ, ຜ່ານຜ່າໂລກລະບາດໂຄວິດ - 19”. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ມູນເຊື້ອສາມັກຄີ, ພູມປັນຍາ, ນ້ຳໃຈເມດຕາປານີຂອງຊາວ ຫວຽດນາມ ແຕ່ລະຄົນຢູ່ທຸກແຖບຖິ່ນໃນທົ່ວໂລກ ຈະເຕົ້າໂຮມກັບ ແລ້ວແຜ່ກະຈາຍ ໂດຍສະເພາະໃນຈຸດເວລາທີ່ປະເທດຊາດປະສົບກັບຄວາມຫຍຸ້ງຍາກ, ແມ່ນກຳລັງໜູນອັນສຳຄັນເພື່ອເອົາຊະນະຕໍ່ທຸກຢ່າງ ແລະ ພິເສດແມ່ນໂລກລະບາດໂຄວິດ - 19.
       ນອກຈາກບັນດາລາຍການສະແດງສິລະປະ ໂດຍຖັນແຖວນັກສິລະປິນທີ່ມີຊື່ສຽງສະແດງແລ້ວ, ລາຍການດັ່ງກ່າວຍັງສາຍບັນດາວີດີໂອທີ່ເປັນໜ້າຕື້ນຕັນໃຈໃນຂະບວນວິວັດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
       ໃນລາຍການນີ້, ຄະນະຈັດຕັ້ງໄດ້ຮັບເງິນຊ່ວຍເຫຼືອເກືອບ 103 ຕື້ດົ່ງຂອງບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ສ່ວນບຸກຄົນຊ່ວຍເຫຼືອວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ນະຄອນ ໂຮ່ຈີມິນ.
 (ແຫຼ່ງຄັດຈາກ VOV)
 


top