ຂ່າວສານ

ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຊື້​ວັກ​ຊິນ​ກັ​ນໂຄວິດ - 19 ໃຫ້​ໄດ້ 150 ລ້ານ​ໂດສ ໃນ​ປີ 2021

ຕອນບ່າຍວັນທີ 2 ມິຖຸນາ, ກອງປະຊຸມທາງອອນລາຍລະຫວ່າງຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກັບການນຳບາງກະຊວງ, ຂະແໜງການ ແລະ ນະຄອນ ໂຮ່ຈີມິນ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳ.
ກອງປະຊຸມທາງອອນລາຍລະຫວ່າງຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກັບການນຳບາງກະຊວງ, ຂະແໜງການ ແລະ ນະຄອນ ໂຮ່ຈີມິນ (ພາບ: VGP)

ທີ່ກອງປະຊຸມ, ຄະນະປະຈຳຄະນະຊີ້ນຳໄດ້ສະເໜີໃຫ້ ກະຊວງສາທາລະນະສຸກ ຫວຽດນາມ ຊີ້ນຳບັນດາທ້ອງຖິ່ນ ຍູ້ແຮງຄວາມຄືບໜ້າໃນການທົດລອງການແນະນຳປະຊາຊົນເອົາຕົວຢ່າງວິໄຈ້ຫາເຊື້ອເອງ, ຫຼັງຈາກນັ້ນທະວີຄູນໃນວົງກວ້າງ, ມຸ່ງໄປເຖິງການເຜີຍແຜ່ໃຫ້ປະຊາຊົນໝົດທຸກຄົນ, ຜ່ານນັ້ນ, ກຽມພ້ອມກໍລະນີມີຫຼາຍບ່ອນກໍ່ຖືກຕິດເຊື້ອພະຍາດໂຄວິດ - 19 ແລະ ບັນດາເຂດອຸດສາຫະກຳ.

ກ່ຽວຂ້ອງເຖິງວັກຊິນ, ຕາມການລາຍງານຂອງກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ຄາດວ່າ ຮອດທ້າຍປີ 2021, ຫວຽດນາມ ອາດຈະມີວັກຊິນເພື່ອສັກໃຫ້ແກ່ 70% ປະຊາຊົນ (ປະມານ 150 ລ້ານໂດສ). ຕາມນັ້ນແລ້ວ, ນອກຈາກວັກຊິນ AstraZeneca ແລ້ວ, ຫວຽດນາມ ຈະເຈລະຈາເພື່ອຊື້ວັກຊິນຈາກ Moderna (5 ລ້ານໂດສ),  Pfizer 31 ລ້ານໂດສ)  ແລະ ວັກຊິນ Sputnik V (20 ລ້ານໂດສ). ປັດຈຸບັນ, ຫວຽດນາມ ພວມນຳໃຊ້ວັກຊິນ AstraZeneca ແລະ ໄດ້ສັກຫຼາຍກວ່າ 1,1 ລ້ານໂດສ, ໃນນັ້ນ ມີ 31.177 ຄົນ ໄດ້ຮັບການສັກເຂັມທີ 2 ແລ້ວ. 

ໃນເຫດການທີ່ກ່ຽວຂ້ອງ, ຕາມແຫຼ່ງຂ່າວຈາກຄະນະກຳມະການຄຸ້ມຄອງ ທຶນແຫ່ງລັດ ຢູ່ວິສາຫະກິດແລ້ວ, ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງການນຳພັກ, ລັດ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ, ພາຍຫຼັງການປຸກລະດົມມາເປັນເວລາ 3 ວັນ, ນັບແຕ່ເວລາ 17 ໂມງຂອງວັນທີ 2 ມິຖຸນາ, ຈຳນວນເງິນຈາກບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ຂຶ້ນກັບຄະນະກຳມະການ ທີ່ບໍລິຈາກ, ສະໜັບສະໜູນໃຫ້ແກ່ກອງທຶນວັກຊິນກັນໂຄວິດ - 19 ໄດ້ຂຶ້ນເຖິງ ກ່ວາ 2,3 ພັນຕື້ດົ່ງ. ຈຳນວນເງິນບໍລິຈາກ, ສະໜັບສະໜູນ ຈາກບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ຄະນະຄຸ້ມຄອງທຶນແຫ່ງລັດ ຢູ່ ວິສາຫະກິດສົ່ງໄປຍັງກອງທຶນວັກຊິນກັນໂຄວິດ - 19 ໂດຍຄັງເງິນແຫ່ງລັດຄວບຄຸມ, ຢູ່ພິທີເປີດຕົວກອງທຶນ ທີ່ຈະໄດ້ຈັດຕັ້ງໃນ 2 – 3 ວັນຈະມາເຖິງ.
(ແຫຼ່ງຄັດຈາກ VOV)

top