ຂ່າວສານ

ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XIV ຂອງ​ພັກ: ຫວຽດ​ນາມ ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ເມື່ອ​ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ

ການປະສານສົມທົບຢ່າງຄົບຊຸດລະຫວ່າງພາຍໃນປະເທດ ແລະ ບັນດາອົງການຕາງໜ້າປະຈຳຕ່າງປະເທດ, ລະຫວ່າງຫຼາຍຝ່າຍ ແລະ ສອງຝ່າຍແມ່ນປັດໄຈຫຼັກເພື່ອສ້າງທ່ວງທ່າ ແລະ ກຳລັງ, ຍົກສູງທັດສະນະຂອງ ຫວຽດນາມ ໃນລະບົບສາກົນ.
ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃກ້ຈະດຳເນີນ, ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ພັກ ແລະ ລັດໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍທີ່ສຳຄັນເພື່ອແນໃສ່ຍົກສູງບົດບາດຂອງການທູດຫຼາຍຝ່າຍ, ສະແດງໃຫ້ເຫັນຢ່າງຈະແຈ້ງໃນມະຕິເລກທີ 59 ຂອງກົມການເມືອງ ກ່ຽວກັບການຍົກສູງປະສິດທິຜົນຂອງການເຊື່ອມໂຍງເຂົ້າກັບສາກົນຮອດປີ 2030. ມະຕິໄດ້ຮຽກຮ້ອງ ຫວຽດນາມ ຕ້ອງເປັນເຈົ້າການ, ຕັ້ງໜ້າ ແລະ ຍົກສູງຄຸນນະພາບການເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍ, ຜ່ານນັ້ນປະກອບສ່ວນຢ່າງແທດຈິງເພື່ອສັນຕິພາບ ແລະ ການພັດທະນາລວມ, ພ້ອມທັງຮັບໃຊ້ໂດຍກົງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ການປະສານສົມທົບຢ່າງຄົບຊຸດລະຫວ່າງພາຍໃນປະເທດ ແລະ ບັນດາອົງການຕາງໜ້າປະຈຳຕ່າງປະເທດ, ລະຫວ່າງຫຼາຍຝ່າຍ ແລະ ສອງຝ່າຍແມ່ນປັດໄຈຫຼັກເພື່ອສ້າງທ່ວງທ່າ ແລະ ກຳລັງ, ຍົກສູງທັດສະນະຂອງ ຫວຽດນາມ ໃນລະບົບສາກົນ.


top