ຂ່າວສານ

ມຸ່ງໄປເຖິງການສ້າງສີສັນລວມ ອາຊຽນ

      ກອງປະຊຸມສຳມະນາ ປະຊາຄົມ ອາຊຽນ: ສີສັນ ແລະ ບົດບາດໃຈກາງໂດຍ ກະຊວງການຕ່າງປະເທດຫວຽດນາມສົມທົບກັບ ກອງທຶນ Konrad – Adenauer Stiftung (KAS) ຂອງ ເຢຍລະມັນ ຈັດຕັ້ງໃນວັນທີ 19 ມີນາ ຢູ່ ຮ່າໂນ້ຍ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
      ເຂົ້າຮ່ວມກອງປະຊຸມມຳມະນາ, ມີທ່ານ ຟ້າມຢາຄຽມ ອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ຫວູຄວານ ອະດີດ ຮອງນາຍົກລັດຖະມົນຕີ, ແລະ ປອ Marty Natalegawa ອະດີດລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ພ້ອມກັບບັນດາທ່ານເອກອັກຄະລັດຖະທູດ, ນັກຮຽນຮູ້ສາກົນ ແລະ ຫວຽດນາມ. ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວມຸ່ງໄປເຖິງການກະກຽມຂອງຫວຽດນາມໃຫ້ປີເປັນປະທານ ອາຊຽນ 2020.
ທີ່ກອງປະຊຸມສຳມະນາ,
 ບັນດາບົດປະກອບຄຳເຫັນໄດ້ເນັ້ນຫນັກເຖິງການພັດທະນາຂອງປະຊາຄົມ ອາຊຽນ ໃນໄລຍະຜ່ານມາ ໄດ້ສ້າງເປັນສີສັນ ແລະ ບົດບາດໃຈກາງຂອງ ອາຊຽນ. ໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຫລາຍຢ່າງ, ສີສັນ ອາຊຽນ ຍິ່ງມີຄວາມໝາຍສຳຄັນສຳລັບການກຳນົດບັນດາຄຸນຄ່າລວມ, ມາດຖານລວມ ຂອງປະຊາຄົມ. ທ່ານ ຫງວຽນວັນຖາວ ຜູ້ຊ່ວຍວຽກ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
ໃນສະພາບການນັ້ນ ສີສັນອາຊຽນ ແລະ ຮັບປະກັນບົດບາດໃຈກາງຂອງອາຊຽນ ກາຍເປັນສອງຫນ້າທີ່ຈຳເປັນ ແລະ ຄວນໄດ້ຮັບການປະຕິບັດຢູ່ທັງລະດັບພາກພື້ນລະຫວ່າງບັນດາລັດຖະບານ ແລະ ລະດັບຊາດ ລະຫວ່າງບັນດາກະຊວງ ຂະແຫນງການ, ທ້ອງຖິ່ນຂອງແຕ່ລະປະເທດສະມາຊິກ. ນັ້ນແມ່ນບັນດາຫນ້າທີ່ວາງອອກໃຫ້ບັນດາປະເທດເປັນປະທານໝູນວຽນຂອງອາຊຽນ.
 (ແຫຼ່ງຄັດຈາກ VOV)

top