ຂ່າວສານ

ມຸ່ງໄປເຖິງການພົວພັນຮ່ວມມືປ້ອງກັນຊາດ ຫວຽດນາມ - ຝຣັ່ງ

ໃນລະຫວ່າງວັນທີ 01- 04 ກໍລະກົດ 2019, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ນຳໂດຍທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຝຣັ່ງ ແລະ ເປັນປະທານຮ່ວມກອງປະຊຸມເຈລະຈາຍຸດທະສາດ ແລະ ຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ຝຣັ່ງ ຄັ້ງທີີ 1.

ມຸ່ງໄປເຖິງການພົວພັນຮ່ວມມືປ້ອງກັນຊາດ ຫວຽດນາມ - ຝຣັ່ງ (ພາບ: TTXVN)

ທີ່ການເຈລະຈາ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຕັ້ງໜ້າ, ມີລັກສະນະສ້າງສັນຂອງທຸກໆປະເທດ, ໃນນັ້ນມີ ຝຣັ່ງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຮ່ວມມື ພ້ອມກັນພັດທະນາຢູ່ພາກພື້ຶ້ນ, ເປັນຂົວເຊື່ອມຕໍ່ທີ່ໄວ້ເນື້ອເຊື່ອໃຈໃຫ້ແກ່ ຝຣັ່ງ ໃນການພັດທະນາສາຍພົວພັນກັບບັນດາປະເທດໃນພາກພື້ນ, ເປັນຕົ້ນແມ່ນກັບບັນດາປະເທດສະມາຊິກ ອາຊຽນ.
(ແຫຼ່ງຄັດຈາກ VOV)

top