ຂ່າວສານ

ມຸ່ງໄປສູ່ການສ້າງເຄືອຂ່າຍເລີ່ມຕົ້ນທຸລະກິດອາຊຽນ

      ມຸ່ງໄປສູ່ການສ້າງເຄືອຂ່າຍເລີ່ມຕົ້ນທຸລະກິດອາຊຽນນີ້ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມພົ້ນເດັ່ນໂດຍຫ້ອງການອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ຍົກອອກມາໃນປີ ອາຊຽນ 2020. 

ກອງປະຊຸມຖະແຫຼງຂ່າວແນະນຳບັນດາການເຄື່ອນໄຫວວິສາຫະກິດໂດຍ VCCI ເປັນເຈົ້າພາບຈັດຕັ້ງໃນປີປປະທານອາຊຽນ 2020 (ພາບ: BNEWS) 
      ຂໍ້ມູນດັ່ງກ່າວໂດຍ VCCI ປະກາດຢູ່ກອງປະຊຸມຖະແຫຼງຂ່າວໃນຕອນເຊົ້າວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ. ຕາມທ່ານ ຫວູຕຽນລົກ, ປະທານ VCCI, ປະທານກອງປະຊຸມສຸດຍອດດຳເນີນທຸລະກິດຫວຽດນາມແລ້ວ, ຂໍ້ລິເລີ່ມສ້າງເຄືອຂ່າຍເລີ່ມຕົ້ນທຸລະກິດອາຊຽນຈະແມ່ນພື້ນຖານດີຈີຕອນເພື່ອເຊື່ອມຕໍ່ປະຊາຄົມເລີ່ມຕົ້ນທຸລະກິດໃນບັນດາພື້ນຖານເສດຖະກິດ ອາຊຽນ. ນີ້ກໍ່ໄດ້ຮັບການມຸ່ງຫວັງວ່າຈະແມ່ນໂຄງການ “ມໍລະດົກ”ໃນອາຊຽນ, ສືບຕໍ່ມູນເຊື້ອກ່ຽວກັບຂໍ້ລິເລີ່ມຂອງຫວຽດນາມ. ທ່ານກ່າວວ່າ:
        ຈິດໃຈເລີ່ມຕົ້ນທຸລະກິດຈະແມ່ນກຳລັງໜູນຕົ້ນຕໍໃນການພັດທະນາຂອງ ອາຊຽນ ແລະ ເຄືອຂ່າຍນີ້ກ່ອນອື່ນໝົດແມ່ນຮັບໃຊ້ໃຫ້ແກ່ປະຊາຄົມຈຸນລະວິສາຫະກິດ, ວິສາຫະກິດຂະໜາດກາງ ແລະ ນ້ອຍ. ແລະເມື່ອສ້າງຕັ້ງໄດ້ເຄືອຂ່າຍເຊື່ອມຕໍ່ - ພື້ນຖານນີ້ແລ້ວ, ຂ້າພະເຈົ້າຊົມເຊີຍ ຕໍ່ບັນດາບໍລິສັດທີ່ປຶກສາແຖວໜ້າ, ບັນດານັກບໍລິຫານແຖວໜ້າຂອງຫວຽດນາມ ທີ່ໄດ້ສ້າງບັນດາຮູບແບບບໍລິຫານເພື່ອສາມາດເຊື່ອມຕໍ່ຢ່າງກ້ວາງຂວາງບົນພື້ນຖານດີຈີຕອນອາຊຽນນີ້.
(ແຫຼ່ງຄັດຈາກ VOV)


top