ຂ່າວສານ

ມື້​ເຮັດ​ວຽກ​ທີ 4 ຂອງ ກອງ​ປະ​ຊຸມ​ຄັ້ງ​ທີ 13 ຂອງ ຄ​ະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 12

ວັນທີ 8 ຕຸລາ ແມ່ນມື້ເຮັດວຽກທີ 4 ຂອງກອງປະຊຸມຄັ້ງທີ 13 ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ 12.

ກອງປະຊຸມຄັ້ງທີ 13 ຂອງ ຄະນະບໍລິຫານງານສູນກາງພັກ ຊຸດທີ 12 (ພາບ: TTXVN)

ຄະນະບໍລິຫານງານສູນກາງພັກ ໄດ້ໂຮມປະຊຸມປຶກສາຫາລືກ່ຽວກັບການແນະນຳ ບຸກຄະລາກອນ ຄະນະບໍລິຫານງານສູນກາງພັກ ຊຸດທີ 13, ບຸກຄະລາກອນ ຄະນະກຳມະການກວດກາສູນກາງພັກ ຊຸດທີ 13 ແລະ ລັດຖະມົນຕີ. ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເປັນປະທານ, ຊີ້ນຳກອງປະຊຸມ.

        ທີ່ກອງປະຊຸມ, ທ່ານຟ້າມມິນຈິ້ງ, ຫົວໜ້າຄະນະຈັດຕັ້ງສູນກາງ ອ່ານໃບສະເໜີຂອງກົມການເມືອງ ກ່ຽວກັບການຮັບເອົາຄຳເຫັນແນະນຳບຸກຄະລາກອນ ລັດຖະມົນຕີບັນດາກະຊວງຄື ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ກະຊວງສາທາລະນະສຸກ; ບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 13 ແລະ ບຸກຄະລາກອນ ຄະນະກຳມະການກວດກາສູນກາງພັກຊຸດທີ 13.

(ແຫຼ່ງຄັດຈາກ VOV)


top