ຂ່າວສານ

ມື້ເຮັດ​ວຽກ​ທຳ​ອິດ​ຂອງ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແມ່​ຍິງ​ທົ່ວ​ປະ​ເທດ ຄັ້ງ​ທີ XIII

ວາລະໄຂກອງປະຊຸມຈະຈັດຂຶ້ນໃນຕອນເຊົ້າວັນທີ 10 ມີນາ ດ້ວຍການເຂົ້າຮ່ວມຂອງການນຳພັກ, ລັດ.

ວາລະໄຂກອງປະຊຸມຈະຈັດຂຶ້ນໃນຕອນເຊົ້າວັນທີ 10 ມີນາ ດ້ວຍການເຂົ້າຮ່ວມຂອງການນຳພັກ, ລັດ.

    

ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 1.000 ຄົນ (ພາບ: baogiaothong.vn)

ຕອນເຊົ້າວັນທີ 09 ມີນາ, ຢູ່ຫໍປະຊຸມແຫ່ງຊາດ, ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIII, ອາຍຸການ 2022 – 2027 ໄດ້ກ້າວເຂົ້າສູ່ມື້ເຮັດວຽກທຳອິດ ດ້ວຍວາລະປະຊຸມຈັດກຽມ, ປະກາດ, ມອບໃບຍ້ອງຍໍໃຫ້ແກ່ກິດຈະກຳ, ວຽກງານທີ່ມີຫົວຄິດປະດິດສ້າງ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່.

ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 1.000 ຄົນ ເຊິ່ງຕາງໜ້າໃຫ້ແມ່ຍິງ ຫວຽດນາມ ທຸກຊັ້ນວັນນະໃນທຸກຂົງເຂດ, ເຂດພາກ, ຊົນເຜົ່າ, ສາສະໜາຂອງທົ່ວປະເທດ. ດ້ວຍຫົວຂໍ້ “ເສີມຂະຫຍາຍມູນເຊື້ອ, ສາມັກຄີ, ປະດິດຄິດສ້າງ, ເຊື່ອມໂຍງ; ກໍ່ສ້າງອົງການຈັດຕັ້ງສະຫະພັນແມ່ຍິງໃຫ້ໝັ້ນຄົງເຂັ້ມແຂງ, ເພື່ອຄວາມຜາສຸກຂອງແມ່ຍິງ, ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ”, ກອງປະຊຸມໃຫຍ່ມີໜ້າທີ່ຕີລາຄາຂະບວນການແມ່ຍິງ ແລະ ການເຄື່ອນໄຫວຂອງສະຫະພັນ ໃນໄລຍະ 5 ປີຜ່ານມາ, ຈາກນັ້ນວາງອອກທິດທາງ, ໜ້າທີ່ແກ່ອາຍຸການ 2022 – 2027; ເລືອກຕັ້ງຄະນະບໍລິຫານງານສະຫະພັນແມ່ຍິງ ຫວຽດນາມ ຊຸດທີ XIII. ນອກຈາກການເຄື່ອນໄຫວຫຼັກແລ້ວ, ຄະນະຈັດຕັ້ງຍັງຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່.

ວາລະໄຂກອງປະຊຸມຈະຈັດຂຶ້ນໃນຕອນເຊົ້າວັນທີ 10 ມີນາ ດ້ວຍການເຂົ້າຮ່ວມຂອງການນຳພັກ, ລັດ.

 

(ແຫຼ່ງຄັດຈາກ VOV)


top