ຂ່າວສານ

ມື້ເຮັດວຽກທີ 5 ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12

ວັນທີ 11 ຕຸລາ, ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ 5.


ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 

(ພາບ: TTXVN)


ໃນຕອນເຊົ້າ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມກັບບັນດາຜູ້ແທນໄດ້ເຮັດວຽກຢູ່ຫໍປະຊຸມ, ສືບຕໍ່ປຶກສາຫາລືກ່ຽວກັບຮ່າງບົດລາຍງານສະຫຼຸບວຽກງານກໍ່ສ້າງພັກ ແລະ ປະຕິບັດກົດລະບຽບຂອງພັກ. ທ່ານ ເຈິ່ນກວ໊ກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ຕາງໜ້າກົມການເມືອງຊີ້ນຳປະຊຸມ.

        ຕອນບ່າຍວັນດຽວກັນ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ເຮັດວຽກຢູ່ຫໍປະຊຸມ ປຶກສາຫາລືກ່ຽວກັບວຽກງານພະນັກງານ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເປັນປະທານ, ຊີ້ນຳກອງປະຊຸມ.

(ແຫຼ່ງຄັດຈາກ VOV)


top