ຂ່າວສານ

ມື້ເຮັດວຽກທີ 3 ຂອງກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12

ຕອນເຊົ້າວັນທີ 9 ຕຸລາ,  ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມກັບບັນດາຜູ້ແທນ ໄດ້ເຮັດວຽກຢູ່ຫໍປະຊຸມ.

ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12

ຕອນເຊົ້າວັນທີ 9 ຕຸລາ,  ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມກັບບັນດາຜູ້ແທນ ໄດ້ເຮັດວຽກຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີ 2011- 2020, ການກໍ່ສ້າງຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 10ປີ 2021-2030 ແລະ ບົດລາຍງານສະພາບການເສດຖະກິດ-ສັງຄົມໄລຍະ 5 ປີ 2016-2020, ແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2021-2025.

       ໃນວັນດຽວກັນ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມກັບບັນດາຜູ້ແທນ ເຮັດວຽກຢູ່ຕາມໜ່ວຍ ປຶກສາຫາລືບັນດາບົດລາຍງານ, ສະພາບການເສດຖະກິດ-ສັງຄົມປີ 2019, ສະພາບການປະຕິບັດແຜນງົບປະມານແຫ່ງລັດປີ 2019; ຄາດຄະເນແຜນການພັດທະນາເສດຖະກິດ-ສັງຄົມປີ 2020; ແຜນງົບປະມານແຫ່ງລັດປີ 2020 ແລະ ແຜນການການເງິນ ງົບປະມານ 3ປີ 2020-2022.
(ແຫຼ່ງຄັດຈາກ VOV)

top