ຂ່າວສານ

ມື້ເຮັດວຽກຄັ້ງທີ 4 ຂອງກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XIII

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕາງໜ້າກົມການເມືອງບໍລິຫານວາລະປຶກສາຫາລື.
ທ່ີການເຮັດວຽກ (ພາບ: TTXVN)

ວັນທີ 05 ຕຸລາ, ກອງປະຊຸມຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ 4. ໃນຕອນເຊົ້າ, ຄະນະບໍລິຫານງານສູນກາງພັກໄດ້ເຮັດວຽກຢູ່ຫໍປະຊຸມ ເພື່ອປຶກສາຫາລືບົດສະຫຼຸບ 10 ປີແຫ່ງການປະຕິບັດມະຕິເລກທີ 15, ລົງວັນທີ 10 ມິຖຸນາ 2012 ຂອງກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ XI ກ່ຽວກັບບາງບັນຫານະໂຍບາຍສັງຄົມໄລຍະ 2012 - 2020. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕາງໜ້າກົມການເມືອງບໍລິຫານວາລະປຶກສາຫາລື.  

ຕອນບ່າຍວັນດຽວກັນ, ຄະນະບໍລິຫານງານສູນກາງພັກເຮັດວຽກຢູ່ໜ່ວຍປຶກສາຫາລືກ່ຽວກັບການສະຫຼຸບ 15 ປີແຫ່ງການປະຕິບັດມະຕິເລກທີ 27, ລົງວັນທີ 6 ສິງຫາ 2008 ຂອງຄະນະບໍລິຫານງານສູນກາງພັກຊຸດທີ X ກ່ຽວກັບການສ້າງຖັນແຖວປັນຍາຊົນໃນໄລຍະຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.

 ຕໍ່ຈາກນັ້ນ, ກົມການເມືອງ, ຄະນະເລຂາທິການກໍ່ໄດ້ປະກອບຄຳເຫັນເລື່ອງຮັບເອົາ, ອະພິປາຍບັນດາເນື້ອໃນ ເຊິ່ງສູນກາງໄດ້ປຶກສາຫາລື.

 


top