ຂ່າວສານ

ມີ​​ທຶນ FDI ເກືອບ 8,9 ຕື້ USD ລົງ​ທຶນ​ຢູ່ ຫວຽດ​ນາມ ໃນ 4 ເດືອນຕົ້ນ​ປີ 2023

ໃນ 4 ເດືອນຜ່ານມາ, ບັນດານັກລົງທຶນ FDI ໄດ້ລົງທຶນເຂົ້າ 18 ໃນຈຳນວນ 21 ຂະແໜງເສດຖະກິດແຫ່ງຊາດ. ເຊິ່ງໃນນັ້ນ, ຫຼາຍທີ່ສຸດແມ່ນຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງ ດ້ວຍມູນຄ່າລົງທຶນທັງໝົດບັນລຸກວ່າ 5,1 ຕື້ USD, ກວມເອົາ 57% ເງິນລົງທຶນທັງໝົດທີ່ໄດ້ລົງທະບຽນ.
  (ຂໍ້ມູນໂດຍກົມລົງທຶນຕ່າງປະເທດສະໜອງ)  

ກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ) ໄດ້ປະກາດຕົວເລກຫຼ້າສຸດ ໂດຍໃຫ້ຮູ້ວ່າ ໄລ່ຮອດວັນທີ 20 ເມສາ, ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ລົງທະບຽນຢູ່ ຫວຽດນາມ ບັນລຸເກືອບ 8,9 ຕື້ USD. ນີ້ກໍແມ່ນສັນຍານທີ່ດີໃນສະພາບການທີ່ກະແສເງິນລົງທຶນ FDI ທົ່ວໂລກມີການປົນເປຫຼາຍຢ່າງ ເມື່ອມີຫຼາຍປະເທດພັດທະນາ ເຊິ່ງເປັນບ່ອນສະໜອງເງິນລົງທຶນ FDI ໄດ້ຕັດສິນຈັດວາງອັດຕາພາສີພື້ນຖານໃນທົ່ວໂລກສຳລັບກຸ່ມບໍລິສັດນາໆຊາດ ທີ່ມີລາຍຮັບທົ່ວໂລກຫຼາຍກວ່າ 750 ລ້ານ ເອີໂຣ ໃນທ້າຍປີນີ້ ແມ່ນ 15%.  

ໃນ 4 ເດືອນຜ່ານມາ, ບັນດານັກລົງທຶນ FDI ໄດ້ລົງທຶນເຂົ້າ 18 ໃນຈຳນວນ 21 ຂະແໜງເສດຖະກິດແຫ່ງຊາດ. ເຊິ່ງໃນນັ້ນ, ຫຼາຍທີ່ສຸດແມ່ນຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງ ດ້ວຍມູນຄ່າລົງທຶນທັງໝົດບັນລຸກວ່າ 5,1 ຕື້ USD, ກວມເອົາ 57% ເງິນລົງທຶນທັງໝົດທີ່ໄດ້ລົງທະບຽນ. ຖັດຈາກນັ້ນ ແມ່ນຂົງເຂດ: ການເງິນ, ການທະນາຄານ; ດຳເນີນທຸລະກິດອະສັງຫາລິມະຊັບ ຕາມລຳດັບ.

ມີ 77 ປະເທດ ແລະ ເຂດແຄວ້ນລົງທຶນຢູ່ ຫວຽດນາມ ໃນ 4 ເດືອນຕົ້ນປີ 2023, ໃນນັ້ນ ມີ ສິງກະໂປ ນຳໜ້າດ້ວຍຍອດເງິນລົງທຶນເກືອບ 2,2 ຕື້ USD; ຍີ່ປຸ່ນ ຢືນອັນດັບທີ 2 ແລະ ຈີນ ຢືນອັນດັບທີ 3. ໃນ 4 ເດືອນຜ່ານມາ, ບັນດານັກລົງທຶນ FDI ໄດ້ລົງທຶນຢູ່ 46 ແຂວງ, ນະຄອນໃນທົ່ວປະເທດ.


top