ຂ່າວສານ

ມີ​ຜູ້​ເສຍ​ຊີ​ວິດກວ່າ 1.300 ຄົນ​ຢູ່​ເອີ​ລົບຍ້ອນ​ແດດ​ຮ້ອນ​

ທ່ານ Tedros Ghebreyesus ​ຜູ້​ອຳ​ນວຍ​ການ​ໃຫຍ່ WHO ໃຫ້​ຮູ້​ວ່າ ເອີ​ລົບ​ແມ່ນ​ທະ​ວີບ​ອຸ່ນ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ໂລກ, ດ້ວຍ​ອັດ​ຕາ​ຄວາມຮ້ອນ​ຂຶ້ນ​ທົບ​ສອງ​ເທົ່າ​ລະ​ດັບ​ສະ​ເລ່ຍ​ໃນ​ທົ່ວ​ໂລກ.
ພາບ​ປະ​ກອບ: VOV
ໃນ​ວັນ​ທີ 28 ມິ​ຖຸ​ນາ ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໃຫ້​ຮູ້​ວ່າ​ມີ​ຜູ້​ເສຍ​ຊີ​ວິດກວ່າ 1.300 ຄົນ​ເສຍ​ຊີ​ວິດ​ຢູ່​ເອີ​ລົບ ນັບ​ແຕ່​ວັນ​ທີ 21 ມິ​ຖຸ​ນາ ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ແດດ​ຮ້ອນ​ຢູ່​ທະ​ວີບ​ນີ້. ໃນ​ບົດ​ທີ່​ໄດ້​ເອົາ​ລົງ​ໃນ X, ທ່ານ Tedros Ghebreyesus ​ຜູ້​ອຳ​ນວຍ​ການ​ໃຫຍ່ WHO ໃຫ້​ຮູ້​ວ່າ ເອີ​ລົບ​ແມ່ນ​ທະ​ວີບ​ອຸ່ນ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ໂລກ, ດ້ວຍ​ອັດ​ຕາ​ຄວາມຮ້ອນ​ຂຶ້ນ​ທົບ​ສອງ​ເທົ່າ​ລະ​ດັບ​ສະ​ເລ່ຍ​ໃນ​ທົ່ວ​ໂລກ. ທ່ານ​ເນັ້ນ​ໜັກ​ວ່າ 150 ລ້ານ​ຄົນ​ພວມ​ດຳ​ລົງ​ຊີ​ວິດ​ໃນ​ເງື່ອນ​ໄຂ​ແດດ​ຮ້ອນທີ່​ສຸດ​ເຮັດ​ໃຫ້ຫຼາຍ​ໂຮງ​ຮຽນຕ້ອງ​ປິດ​ປະ​ຕູ, ຕາ​ໜ່າງ​ໄຟ​ຟ້າ​ເຄື່ອນ​ໄຫວ​ເກີນ​ຄວາມ​ສາ​ມາດ. ຕາມ​ນັ້ນ​ແລ້ວ, ມີກວ່າ 1300 ຄົນ​ເສຍ​ຊີ​ວິດຍ້ອນ​ອຸນ​ຫະ​ພູມຂຶ້ນ​ສູງ​ຢູ່​ເອີ​ລົບ​ນັບ​ແຕ່​ວັນ​ທີ 21 ມິ​ຖຸ​ນາ.

top