ໃນບົດລາຍງານໂດຍ ສປຊ ໜູນຫຼັງ ເມື່ອວັນທີ 29 ເມສາ ໃຫ້ຮູ້ວ່າ, ມີປະຊາຊົນກວ່າ 1,2 ລ້ານຄົນຢູ່ ລີບັງ ຄາດວ່າຕ້ອງປະເຊີນໜ້າກັບສະພາບຂາດຄວາມໝັ້ນຄົງດ້ານສະບຽງອາຫານຢູ່ລະດັບວິກິດການ, ໃນໄລຍະເວລາແຕ່ເດືອນ ເມສາ ຫາເດືອນ ສິງຫາ ປີ 2026.
ອິດສະຣາແອັນ ດຳເນີນບັ້ນບຸກໂຈມຕີທາງອາກດເລັ່ງໃສ່ຕຶກອາຄານໜຶ່ງຢູ່ Beirut, ລີບັງ (ພາບ: AP)
ສິ່ງດັ່ງກ່າວສ້າງຂີດໝາຍໃຫ້ແກ່ການຊຸດໂຊມຫຼາຍພໍສົມຄວນ ເມື່ອທຽບໃສ່ໄລຍະກ່ອນເກີດການປະທະກັນລະຫວ່າງ ອິດສະຣາແອັນ - ເຮັກໂບລາ ເກີດຂຶ້ນຄືນໃໝ່ໃນວັນທີ 2 ມີນາ, ດ້ວຍການຄາດຄະເນກ່ອນໜ້ານັ້ນແມ່ນປະມານ 874.000 ຄົນ ປະເຊີນໜ້າກັບສະພາບຂາດຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຮ້າຍແຮງ.
ບົດລາຍງານໄດ້ຕີລາຄາສາຍເຫດຂອງການຊຸດໂຊມນີ້ແມ່ນຍ້ອນການປະທະກັນ, ການອົບພະຍົບ ແລະ ຄວາມກົດດັນດ້ານເສດຖະກິດ. ສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຮ້າຍແຮງຈະໜັກໜ່ວງຂຶ້ນຕື່ມຖ້າບໍ່ມີການຊ່ວຍເຫຼືອມະນຸດສະທຳ ແລະ ວິທີຫາເງິນລ້ຽງຊີບຢ່າງທັນການ ແລະ ຍືນຍົງ.
ເຖິງວ່າຄຳສັ່ງຢຸດຍິງຢູ່ ລີບັງ ບັນລຸໄດ້ໃນວັນທີ 16 ເມສາ ແລ້ວກໍຕາມ, ແຕ່ ອິດສະຣາແອັນ ແລະ ເຮັກໂບລາ ຍັງຄົງສືບຕໍ່ປະຕິບັດບັນດາບັ້ນບຸກໂຈມຕີ.