ຂ່າວສານ

ມີ​ນັກ​ວິ​ທະ​ຍາ​ສາດ ຫວຽດ​ນາມ ຕື່ມ​ອີກ​ທ່ານ​ໜຶ່ງ ໄດ້​ຮັບ​ການ​ເຊີດ​ຊູ​ຢູ່ ຍີ່​ປຸ່ນ

ທ່ານ ສຈ. ປອ. ຫງວຽນຈູງຫວຽດ, ຜູ້ອະທິການບໍດີມະຫາວິທະຍາໄລຊົນລະປະທານຂອງ ຫວຽດນາມ ໄດ້ຮັບການຄັດເລືອກໃນລາງວັນອັນສູງສົ່ງ “ລາງວັນອຸທິດສ່ວນສາກົນດີເດັ່ນ”.
ທ່ານ ສຈ. ປອ. ຫງວຽນຈູງຫວຽດ, ຜູ້ອະທິການບໍດີມະຫາວິທະຍາໄລຊົນລະປະທານຂອງ ຫວຽດນາມ ຮັບລາງວັນ (ພາບ: VOV-Tokyo)

ຕອນບ່າຍວັນທີ 11 ຕຸລາ, ຢູ່ Sendai, ທາງທິດຕາເວັນອອກສ່ຽງເໜືອ ຍີ່ປຸ່ນ, ມະຫາວິທະຍາໄລ Tohoku ເຊິ່ງແມ່ນໜຶ່ງໃນບັນດາຮາກຖານການສຶກສາ, ຄົ້ນຄວ່າວິທະຍາສາດແຖວໜ້າ ຍີ່ປຸ່ນ ແລະ ໂລກ ໄດ້ຈັດ ພິທີມອບລາງວັນສາກົນ Tohoku ໃຫ້ແກ່ບັນດານັກວິທະຍາສາດຕ່າງປະເທດ, ໃນນັ້ນ ມີນັກວິທະຍາສາດ ຫວຽດນາມ ທ່ານໜຶ່ງ.

ລາງວັນສາກົນ Tohoku ໄດ້ມອບເປັນຕັ້ງທຳອິດເມື່ອປີ 2022 ເພື່ອແນໃສ່ເຊີດຊູບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ໄດ້ປະກອບສ່ວນຢ່າງພົ້ນເດັ່ນເຂົ້າໃນການເຄື່ອນໄຫວຮ່ວມມືໃນຂົງເຂດບຳລຸງສ້າງ ແລະ ຄົ້ນຄວ້າວິທະຍາສາດທົ່ວໂລກ, ກໍຄືການຮັບຮູ້ບັນດາຂໍ້ລິເລີ່ມທີ່ສົ່ງຜົນກະທົບຕັ້ງໜ້າ ແລະ ຍາວນານ. ທ່ານ ສຈ. ປອ. ຫງວຽນຈູງຫວຽດ, ຜູ້ອະທິການບໍດີມະຫາວິທະຍາໄລຊົນລະປະທານຂອງ ຫວຽດນາມ ໄດ້ຮັບການຄັດເລືອກໃນລາງວັນອັນສູງສົ່ງ “ລາງວັນອຸທິດສ່ວນສາກົນດີເດັ່ນ”.


top