ຂ່າວສານ

ມີ​ກຳ​ມະ​ກອນ​ນັບ​ພັນ​ຄົນ ຕ້ອງ​ເຮັດ​ວຽນ​ໝ​ວຽກ​ຕະຫຼອດ​ບຸນ​ເຕັດ ຢູ່​ສະ​ຖານ​ທີ່​ກໍ່​ສ້າງ APEC ຝຸກວັກ

ໂຄງການລົງທຶນເປີດກວ້າງທ່າອາກາດສະຍານສາກົນ ຝຸກວັກ, 1 ໃນບັນດາໂຄງການຈຸດສຸມແຫ່ງຊາດເພື່ອຮັບໃຊ້ APEC 2027, ໄດ້ຮຽກຮ້ອງຄວາມຄືບໜ້າທີ່ເຂັ້ມງວດ ເມື່ອຕ້ອງກໍ່ສ້າງສຳເລັດໃນວັນທີ 31 ທັນວາ 2026.
ມີກຳມະກອນນັບພັນຄົນ ຕ້ອງເຮັດວຽນໝວຽກຕະຫຼອດບຸນເຕັດ ຢູ່ສະຖານທີ່ກໍ່ສ້າງ APEC ຝຸກວັກ (ພາບ: VOV)
ໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2026, ຢູ່ບັນດາກິດຈະກຳກໍ່ສ້າງ APEC ເຂດພິເສດ ຝຸກວັກ, ແຂວງກຽນຢາງ, ມີກຳມະກອນນັບພັນຄົນຍັງເຮັດວຽກ, ກໍ່ສ້າງຕະຫຼອດບຸນເຕັດຢູ່ສະຖານທີ່ກໍ່ສ້າງ, ດ້ວຍຄວາມຕັດສິນໃຈຢ່າງສູງໃນການຮັບປະກັບຄວາມຄືບໜ້າຂອງບັນດາໂຄງການຈຸດສຸມເພື່ອຮັບໃຊ້ APEC 2027. ໂຄງການລົງທຶນເປີດກວ້າງທ່າອາກາດສະຍານສາກົນ ຝຸກວັກ, 1 ໃນບັນດາໂຄງການຈຸດສຸມແຫ່ງຊາດເພື່ອຮັບໃຊ້ APEC 2027, ໄດ້ຮຽກຮ້ອງຄວາມຄືບໜ້າທີ່ເຂັ້ມງວດ ເມື່ອຕ້ອງກໍ່ສ້າງສຳເລັດໃນວັນທີ 31 ທັນວາ 2026 ເພື່ອບັນລຸໄດ້ຜົນສຳເລັດທີ່ມະຫັດສະຈັນ ໃນການກໍ່ສ້າງຂົງເຂດການບິນ. ດັ່ງນັ້ນ, ໃນໄລຍະພັກບຸນປີໃໝ່ປະຈຳຊາດ, ໂຄງການຍັງສືບຕໍ່ກໍ່ສ້າງຄືປົກກະຕິ ໂດຍມີກຳມະກອນ ເກືອບ 1450 ຄົນ, ພະນັກງານເຕັກນິກ, ພະນັກງານຂອງຜູ້ຮັບເໝົາ, ທີ່ປຶກສາຕິດຕາມໂຄງການ ແລະ ຄະນະຄຸ້ມຄອງ ໂຄງການ 150 ຄົນ.

top